• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມໃສ່ສ້າງເຂດອຸດສາຫະກຳໃໝ່ສະຫງວນໃຫ້ວິສາຫະກິດເລີ່ມທຸລະກິດ

      ທ່າອ່ຽງການແກ້ງແຍ້ງໃນຂົງເຂດປະດິດສ້າງ, ວິທະຍາສາດ-ເຕັກໂນໂລຊີ ແມ່ນຮຽກຮ້ອງ ນະຄອນໂຮ່ຈີມິນ ຕ້ອງສືບຕໍ່ເພີ່ມສະມັດຕະພາບ, ໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ

ທ່ານ ຫງວຽນທ້ຽນເຍີນ ທີ່ການເຮັດວຽກ
(ພາບ: Vinh Quang/VOV-TP HCM)
      ຕອນຄ່ຳວັນທີ 7 ກັນຍາ, ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງເຫດການ “ ພົບປະກັບປະຊາຄົມເລີ່ມທຸລະກິດປ່ຽນໃໝ່ປະດິດສ້າງ - ຫວນຄືນຫຼັງໜຶ່ງປີ ” ເພື່ອແນໃສ່ຕີລາຄາໜຶ່ງປີແຫ່ງການສ້າງຕັ້ງສູນໜູນຊ່ວຍເລີ່ມທຸລະກິດປ່ຽນໃໝ່ປະດິດສ້າງ ນະຄອນໂຮ່ຈີມິນ ( Sihub ). ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍິນ ໃຫ້ຮູ້ວ່າ: ທ່າອ່ຽງການແກ້ງແຍ້ງໃນຂົງເຂດປະດິດສ້າງ, ວິທະຍາສາດ-ເຕັກໂນໂລຊີ ແມ່ນຮຽກຮ້ອງ ນະຄອນໂຮ່ຈີມິນ ຕ້ອງສືບຕໍ່ເພີ່ມສະມັດຕະພາບ, ໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ. ນີ້ແມ່ນບັນຫາທີ່ນະຄອນ ແລະ ບັນດາວິສາຫະກິດຄວນເອົາໃຈໃສ່. ທ່ານ ຫງວຽນທ້ຽນເຍິນ ຢືນຢັນວ່າ ໃນໄລຍະຈະມາເຖິງ, ຈະມີເຂດອຸດສາຫະກຳທີ່ສະຫງວນໃຫ້ບັນດາວິສາຫະກິດຫາກໍ່ສ້າງຕັ້ງ, ພິເສດແມ່ນວິສາຫະກິດເລີ່ມທຸລະກິດ ປ່ຽນໃໝ່ປະດິດສ້າງ. ຄຽງຂ້າງນັ້ນ, ນະຄອນໂຮ່ຈີມິນ ຈະເອົາໃຈໃສ່ເຮັດທົດລອງວິທີການຮ່ວມມືພາກລັດ-ເອກະຊົນ ໃນການໜູນຊ່ວຍບັນດາວິສາຫະກິດເລີ່ມທຸລະກິດ ປ່ຽນໃໝ່ປະດິດສ້າງ ເພື່ອພັດທະນາໄວ ແລະ ເຂັ້ມແຂງກວ່າ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top