• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່​ມວນ​ຊົນ​ສາກົນ: ຫວຽດນາມ ສາມາດ​ຄວບ​ຄຸມ​ໂລກລະບາດ​ໂຄ​ວິດ - 19 ​ໄດ້

ມີຫຼາຍປັດໄຈສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດຄວບຄຸມສະພາບການດັ່ງກ່າວໄດ້. ຍ້ອນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດນັບແຕ່ຫົວທີ,  ລັດຖະບານ ຫວຽດນາມ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ໃນ 2 ຄັ້ງກ່ອນໄດ້ຢ່າງສໍາເລັດຜົນ.

ປິດນະຄອນດ່າໜັງ (ພາບ: TTXVN) 

ວັນທີ 28 ກໍລະກົດ, ວາລະສານ Bloomberg News ໄດ້ລົງບົດຂຽນ ໂດຍໃຫ້ຮູ້ວ່າ, ພາຍຫຼັງກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນຢູ່ນະຄອນດ່າໜັງ, ລັດຖະບານຫວຽດນາມໄດ້ຜັນຂະຫຍາຍບັນດາມາດຕະການແຍກຫ່າງໃນສັງຄົມ ແລະ ປະກາດບັນດາມາດຕະການປ້ອງກັນໂລກລະບາດຢ່າງວ່ອງໄວ, ໃນນັ້ນ ໄດ້ກໍານົດໃສ່ຜ້າອັດປາກ - ອັດດັງຢູ່ສະຖານທີ່ສາທາລະນະ. ໃນວັນດຽວກັນ, ເວັບໄຊ Nikkei ຂອງ ຍີ່ປຸ່ນ ກໍໃຫ້ຂ່າວວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງອໍານາດການປົກຄອງທ້ອງຖິ່ນຕ່າງໆຄວບຄຸມບັນດາເປົ້າໝາຍ ເຊິ່ງເປັນຊາວຕ່າງປະເທດເຂົ້າເມືອງຫວຽດນາມ ຢ່າງຜິດກົດໝາຍໃຫ້ແໜ້ນແຟ້ນກວ່າອີກ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງແຜ່ເຊື້ອພະຍາດ.

        ໃນຂະນະນັ້ນ, ບົດຂຽນໄດ້ເອົາລົງ ໃນວາລະສານ The Diplomat ໃນວັນທີ 27 ກໍລະກົດ ໃຫ້ຂໍ້ສັງເກດວ່າ ມີຫຼາຍປັດໄຈສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດຄວບຄຸມສະພາບການດັ່ງກ່າວໄດ້. ຍ້ອນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດນັບແຕ່ຫົວທີ,  ລັດຖະບານ ຫວຽດນາມ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ໃນ 2 ຄັ້ງກ່ອນໄດ້ຢ່າງສໍາເລັດຜົນ, ໂດຍໄດ້ສະແດງຜ່ານຈໍານວນຜູ້ຕິດເຊື້ອໜ້ອຍ ແລະ ບໍ່ມີກໍລະນີເສຍຊີວິດ. ນີ້ໄດ້ຮັບຖືວ່າ ແມ່ນຫຼັກຖານເພື່ອມີຄວາມເຊື່ອໝັ້ນວ່າ ຫວຽດນາມ ສາມາດແກ້ໄຂການແຜ່ລະບາດຄັ້ງນີ້ໄດ້. 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top