• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່່່່່ມວນຊົນ ກູບາ ເຊີດຊູຄຸນຄ່າຂອງ 75 ປີ ແຫ່ງວັນປະກາດເອກະລາດຂອງ ຫວຽດນາມ

      ເພື່ອສະເຫຼີມສະຫຼອງ 75 ປີ ແຫ່ງວັນຫວຽດນາມປະກາດເອກະລາດ (ວັນທີ 2/9/1945 – 2/9/2020), ສື່ມວນຊົນ ແລະ ບັນດາພາຫະນະສື່ມວນຊົນ ກູບາ ໄດ້ມີບົດຂຽນຫຼາຍບົດ ເຊີດຊູຄຸນຄ່າຂອງເຫດການປະຫວັດສາດດັ່ງກ່າວ ກໍຄື ຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ.
Micro ທີ່ປະທານໂຮ່ຈີມິນກ່າວບົດຖະແຫຼງການເອກະລາດ ໃນວັນທີ 2 ກັນຍາ 1945 (ພາບ: baotintuc.vn)
      ໜັງສືພິມລາຍວັນ Granma ໄດ້ລົງພິມບົດຂຽນກ່ຽວກັບຊີວິດຂອງ ປະທານໂຮ່ຈີມິນຂອງນັກຂ່າວອາວຸໂສ Marta Rojas. ຜູ້ຂຽນ ໄດ້ຫວນຄືນບັນດາຈຸດພົ້ນເດັ່ນໃນແຕ່ລະໄລຍະທີ່ແຕກຕ່າງກັນໃນພາລະກິດແຫ່ງການປະຕິວັດຂອງ ປະທານໂຮ່ຈີມິນ.
        ໃນຂະນະນັ້ນ, ສອງບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ ໄຊຊະນະຕະຫຼອດການ” ຂອງ Prensa Latina  ແລະ “ຫວຽດນາມ: 75 ປີ ແຫ່ງພື້ນຖານເອກະລາດປະທານໂຮ່ຈີມິນ” ຂອງ Cubadebate ໄດ້ພັນລະນາຄືນວິວັດແຫ່ງການຕໍ່ສູ້ຢ່າງບໍ່ຢຸດຢັ້ງຂອງຊາດຫວຽດນາມ ໃນ 3/4 ສະຕະວັດຜ່ານມາ, ນັບແຕ່ຕໍ່ສູ້ປົກປັກຮັກສາປະເທດຊາດ ຕະຫຼອດຮອດການສ້າງສາ ແລະ ພັດທະນາປະເທດຊາດ.
        ໜັງສືພິມ Juventud Rebelde  ອົງການກະບອກສຽງຂອງ ຄະນະຊາວໜຸ່ມກອມມູນິດ ກູບາ, ໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ “ຈາກ ກູບາ, ລຸງໂຮ່ສົ່ງສານແຫ່ງຄວາມຮັກແພງ ເຖິງຫວຽດນາມ” ກໍໄດ້ຢັ້ງຢືນເຖິງອາລົມຈິດຄວາມຮັກແພງເປັນພິເສດທີ່ຕິດພັນກັບພັກ, ລັດ ແລະ ປະຊາຊົນສອງປະເທດ.
        ເນື່ອງໃນໂອກາດນີ້, ບັນດາອົງການສື່ສວນຊົນຂອງທ້ອງຖິ່ນຕ່າງໆ, ບັນດາລາຍການກະຈາຍສຽງ ແລະ ຊ່ອງໂທລະພາບຂອງ ກູບາ ກໍໄດ້ສົ່ງຄຳອວຍພອນຂອງການນຳພັກ ແລະ ລັດ ກູບາ ມາຍັງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ໃຫ້ຂ່າວຫຼາຍຢ່າງຫຼວງຫຼາຍກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງຢູ່ຫວຽດນາມ ກໍຄືບັນດາພາບພົດປະເທດ ຫວຽດນາມໃນວັນນີ້.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top