ສື່ມວນຊົນ ຖ່າຍທອດພາບພົດຂອງ ຫວຽດນາມ ໃຫ້ເພື່ອນມິດສາກົນ ຢ່າງມີຊີວິດຊີວາ ແລະ ຖືກຕ້ອງຕາມຄວາມຈິງ
ວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໄດ້ມີການພົບປະກັບນັກຂ່າວສາກົນ ປະຈຳ ຫວຽດນາມ ແລະ ທູດວັດທະນະທຳ, ສື່ມວນຊົນ, ຫົວໜ້າອົງການຜູ້ຕາງໜ້າບັນດາປະເທດປະຈຳ ຫວຽດນາມ ເນື່ອງໃນໂອກາດປີໃໝ່ 2021.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກັບນັກຂ່າວສາກົນ ປະຈຳ ຫວຽດນາມ ແລະ ທູດວັດທະນະທຳ, ສື່ມວນຊົນ, ຫົວໜ້າອົງການຜູ້ຕາງໜ້າບັນດາປະເທດປະຈຳ ຫວຽດນາມ (ພາບ: TTXVN)
ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໄດ້ສະແດງຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ກະຊວງການຕ່າງປະເທດ ຫວຽດນາມ ຈະສືບຕໍ່ໄດ້ຮັບການຮ່ວມມືຈາກຖັນແຖວນັກຂ່າວ, ທູດວັດທະນະທຳ, ສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ເພື່ອສື່ຂ່າວ, ພາບພົດກ່ຽວກັບປະເທດ ຫວຽດນາມ ໄປເຖິງເພື່ອນມິດສາກົນ ຢ່າງແຮງ, ຖືກຕ້ອງຕາມຄວາມຈິງ ແລະ ມີຊີວິດຊີວາ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ເນັ້ນໜັກວ່າ ປີ 2020 ຜ່ານມາ, ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ຄວບຄູ່ - ປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021; ຍູ້ແຮງການຮ່ວມສຳພັນເສດຖະກິດສາກົນ ຜ່ານການປະຕິບັດສຳເລັດ ແລະ ລົງມືປະຕິບັດສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ ທີ່ສຳຄັນ, ໃນນັ້ນ ມີສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA).
(ແຫຼ່ງຄັດຈາກ VOV)