• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ສາກົນ​ຕີ​ລາຄາ​ຕໍ່ບັນດາ​ກາລະ​ໂອກາດ EVFTA ນໍາ​ມາ​ໃຫ້​ ຫວຽດນາມ

ໜັງສືພິມ The Business Times ວັນທີ 11 ສິງຫາ ໄດ້ລົງບົດຂຽນໃນນັ້ນ ໄດ້ຖືວ່າ ສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ແມ່ນຂີດໝາຍປະຫວັດສາດສໍາຄັນກ່ຽວກັບພື້ນຖານເສດຖະກິດສໍາລັບ ຫວຽດນາມ. ໂດຍມີຜົນສັກສິດໃນວັນທີ 01 ສິງຫາ ຜ່ານມາ,  ສັນຍາການຄ້າສະບັບດັ່ງກ່າວ ຈະຫຼຸດພາສີລົງຫຼາຍພໍສົມຄວນລະຫວ່າງສອງຄູ່ຮ່ວມມືການຄ້າ ແລະ ສຸດທ້າຍຈະຍົກເວັ້ນ 99% ປະເພດພາສີໃນອະນາຄົດ.

 (ພາບປະກອບ: TTXVN)

ຕາມບົດຂຽນແລ້ວ, ສັນຍາ FTA ສະບັບຫຼ້າສຸດນີ້ ຈະຊ່ວຍຫວຽດນາມ ຊຸກຍູ້ການເຕີບໂຕຫຼາຍພໍສົມຄວນໃນດ້ານການຄ້າ ແລະ ການລົງທຶນ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍລວມມີ ເຄື່ອງອາໄຫຼ່ໂທລະຄົມມະນາຄົມ, ເອເລັກໂຕນິກ, ເຄື່ອງຕັດຫຍິບ, ບັນດາຜະລິດຕະພັນອຸດສາຫະກໍາໜູນຊ່ວຍ ແລະ ສະບຽງອາຫານ. ສັນຍາ  EVFTA ມີຜົນສັກສິດ, 70% ປະເພດສິນຄ້າຂອງຫວຽດນາມ ຈະໄດ້ຍົກເວັ້ນພາສີ ເມື່ອສົ່ງອອກໄປຍັງ 26 ປະເທດສະມາຊິກຂອງ ອີຢູ. ບັນດາປະເພດສິນຄ້າທີ່ຍັງເສຍພາສີຢູ່ນັ້ນ ຈະໄດ້ຫຼຸດລົງເທື່ອລະໜ້ອຍພາຍໃນ 7 ປີ.

        ໃນສະພາບການທີ່ບັນດາປະເທດໃນທົ່ວໂລກເລີ່ມເປີດປະຕູພື້ນຖານເສດຖະກິດຄືນໃໝ່ຢ່າງລະມັດລະວັງ ພາຍຫຼັງປິດປະຕູນັ້ນ, ນັບມື້ນັບມີຫຼາຍບໍລິສັດຊອກຫາວິທີກໍ່ສ້າງ, ຟື້ນຟູບັນດາລະບົບສະໜອງ ແລະ ຜ່ານການຮັບຮອງເອົາສັນຍາ  EVFTA, ທີ່ຕັ້ງຂອງຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມທະວີກວ່າອີກ. ບົດຂຽນດັ່ງກ່າວ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດທໍາອິດໃນ ອາຊຽນ ທີ່ໄດ້ຜ່ອນຜັນ ແລະ ປັດຈຸບັນ ປະເທດນີ້ພວມມີຄວາມສະດວກທີ່ສຸດໃນການຍາດແຍ່ງກາລະໂອກາດຈາກຄວາມຕ້ອງການລົງທຶນໄດ້ອົດກັ້ນນານາມ ແລະ ບັນດາທ່າອ່ຽງຜະລິດໃນທົ່ວໂລກພວມມີການປ່ຽນແປງ. 

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top