• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນໄດ້ປະກອບສ່ວນສ້າງສຳເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດ ໃນປີ 2017

      ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນໃນການນຳບັນດາຂໍ້ມູນຂ່າວສານການພົວພັນຕ່າງປະເທດຂອງພັກ, ລັດ ເຖິງປະຊາຊົນ ແລະ ອອກສູ່ໂລກຢ່າງທັນການ, ມີປະສິດທິຜົນ
ສື່ມວນຊົນໄດ້ປະກອບສ່ວນສ້າງສຳເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດ ໃນປີ 2017 - ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນການພົບປະກັບຜູ້ຕາງໜ້າບັນດາອົງການສື່ມວນຊົນໃນວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຖືວ່າ: ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນໃນການນຳບັນດາຂໍ້ມູນຂ່າວສານການພົວພັນຕ່າງປະເທດຂອງພັກ, ລັດ ເຖິງປະຊາຊົນ ແລະ ອອກສູ່ໂລກຢ່າງທັນການ, ມີປະສິດທິຜົນ:
        ໃນປີ 2017 ພວກເຮົາຕ້ອງເວົ້າເຖິງຄວາມສຳເລັດຂອງ APEC ດ້ວຍບົດບາດແມ່ນປະເທດເຈົ້າພາບຂອງ ຫວຽດນາມ. ແລະປີ APEC ຂອງພວກເຮົາ ແມ່ນໄປຄຽງຄູ່ກັບຜົນສຳເລັດຂອງສື່ມວນຊົນ ໄດ້ໃຫ້ຂ່າວ, ຮູບພາບຂອງ ຫວຽດນາມ ອອກສູ່ພາຍນອກ. ນີ້ແມ່ນຜົນສຳເລັດຂອງການພົວພັນຕ່າງປະເທດກໍ່ຄືຜົນສຳເລັດຂອງການໂຄສະນາການພົວພັນຕ່າງປະເທດ.
        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ ບໍ່ພຽງແຕ່ໂຄສະນາຢ່າງແຮງກ່ຽວກັບພາບພົດຂອງ ຫວຽດນາມ ຢູ່ພາຍໃນປະເທດ ແລະ ອອກສູ່ຕ່າງປະເທດເທົ່ານັ້ນ, ສື່ມວນຊົນກໍ່ແມ່ນເຄື່ອງມືສຳຄັນໃນແນວໂຮມດ້ານແນວຄິດເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຂອງປະເທດຊາດອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top