• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນໄດ້ອອກຂ່າວກ່ຽວກັບທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຮັບດຳລົງຕຳແໜ່ງປະທານປະເທດ

ເລື່ອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໃນວັນທີ 23 ຕຸລາ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດຊຸດທີ 14 ດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ ມີຫຼາຍສຳນັກຂ່າວສານສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບເຫດການນີ້.

ວັນທີ 23 ຕຸລາ, ໜັງສືພິມ ຊີນຮົວ ໄດ້ຄັດສະເໜີຊີວະປະຫວັດຫຍໍ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ພ້ອມທັງໄດ້ຄັດສະເໜີຄຳແບ່ງປັນຂອງປະທານປະເທດ ພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງ. ໜັງສືພິມ ຊີນຮົວ ກໍ່ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ສົ່ງໂທລະເລກອວຍພອນທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຮັບດຳລົງຕຳແໜ່ງປະທານປະເທດ.

        ວັນທີ 23 ຕຸລາ, ສຳນັກຂ່າວສານ Prensa Latina ກໍ່ສ່ອງແສງຢ່າງເລິກເຊິ່ງກ່ຽວກັບເຫດການທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ຜ່ານການປ່ອນບັດລັບຈາກສະພາແຫ່ງຊາດ, ປະຕິບັດຕາມລັດຖະທຳມະນູນຫວຽດນາມ, ຂໍ້ກຳນົດຂອງສະພາແຫ່ງຊາດ ແລະ ມະຕິຂອງກອງປະຊຸມສູນກາງພັກຊຸດທີ 8.

        ສຳນັກຂ່າວສານໃຫຍ່ແຫ່ງຕ່າງໆໃນໂລກຄື: TASS (ລັດເຊຍ), AFP (ຝລັ່ງ), Reuter (ອັງກິດ), AP (ອາເມລິກາ), Kyodo (ຍີ່ປຸ່ນ)… ກໍ່ໄດ້ໃຫ້ຂ່າວຢ່າງເລິກເຊິ່ງກ່ຽວກັບເຫດການທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດຫວຽດນາມ ເຊັ່ນດຽວກັນ.

     ໃນລະຫວ່າງວັນທີ 23 – 24 ຕຸລາ, ໜັງສືພິມຫຼາຍສະບັບຂອງຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຮັບເລືອກຕັ້ງຈາກສະພາແຫ່ງຊາດ ໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ.

        ໜັງສືພິມເສດຖະກິດຍີ່ປຸ່ນ ໄດ້ຄັດຄຳເວົ້າຂອງທ່ານປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໃນພິທີສະບານຕົວຮັບດຳລົງຕຳແໜ່ງໂດຍຢືນຢັນວ່າ ຈະເຮັດຫຼ້ອນໜ້າທີ່ຂອງຕົນ, ຍາມໃດກໍ່ສູ້ຊົນເພື່ອປະເທດຊາດ. ໃນຂະນະນັ້ນ, ສຳນັກຂ່າວສານ NHK ໄດ້ລົງແນະນຳຊີວະປະຫວັດຫຍໍ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ເນັ້ນໜັກວ່າ: ໝາກຜົນການປ່ອນບັດຂອງສະພາແຫ່ງຊາດ ໄດ້ພິສຸດໃຫ້ເຫັນອິດທິພົນຊື່ສຽງຢ່າງສູງຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນຊຸມປີດຳລົງບັນດາຕຳແໜ່ງຂັ້ນສູງຂອງພັກ ແລະ ລັດ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top