• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບເລື່ອງທ່ານອະດີດເລຂາທິການໃຫຍ່ໂດ໊ເມື່ອຍເຖິງແກ່ມໍລະນະກຳ

      ວັນທີ 02 ຕຸລາ, ບັນດາສຳນັກຂ່າວສານ ແລະ ອົງການສື່ມວນຊົນສາກົນໄດ້ພ້ອມກັນໃຫ້ຂ່າວກ່ຽວກັບເລື່ອງທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ.

ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໊ເມື່ອຍ
ເຖິງແກ່ມໍລະນະກຳ. (ພາບ: TTXVN)
      ພາຍຫຼັງຫົວຂໍ້ໃຫຍ່ “ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ”, ສຳນັກຂ່າວສານ BBC (ອັງກິດ) ໄດ້ທົບທວນຄືນພາລະກິດການເມືອງຂອງທ່ານ ແລະ ຢືນຢັນວ່າ, ທ່ານຂຶ້ນຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ໃນໄລຍະປະເທດຊາດມີການຫັນປ່ຽນຢ່າງເລິກເຊິ່ງ, ພາຍຫຼັງພັກລົບລ້າງກົນໄກອາດຍາສິດເກື້ອກູນ ແລະ ດຳເນີນວິວັດການປ່ຽນແປງໃໝ່, ເປີດປະຕູ. ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ມານະພະຍາຍາມສະໜັບສະໜູນບັນດາການເຄື່ອນໄຫວປະຕິຮູບເສດຖະກິດເສລີ, ສືບທອດມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ.
        ສຳນັກຂ່າວສານຊີນຮົວ (ຈີນ) ໄດ້ຄັດສະເໜີຊີວະປະຫວັດຫຍໍ້ ແລະ ໄລຍະເຄື່ອນໄຫວການເມືອງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ດ້ວຍການຢັ້ງຢືນວ່າ, ທ່ານໄດ້ດຳລົງຫຼາຍຕຳແໜ່ງ, ໄດ້ມີການປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຊາດ, ພິເສດແມ່ນໃນພາລະກິດແຫ່ງການປ່ຽນແປງໃໝ່.
        ບັນດາສຳນັກງານຂ່າວສານສາກົນໃຫຍ່ຄື: Financial Times, Washington Post, ABCnews, New York Times, ກໍໄດ້ແຈ້ງວ່າ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຖິງແກ່ມໍລະນະກຳ, ກໍຄືທົບທວນຄືນພາລະກິດການເມືອງ ແລະ ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ຕໍ່ພາລະກິດການປະຕິວັດຂອງພັກ ແລະ ລັດຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top