• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວຕີລາຄາສູງຕໍ່ວຽກງານກະກຽມບຸກຄະລາກອນໃຫ້ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ

      ກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ເຊິ່ງຈະດຳເນີນແຕ່ວັນທີ 25 ມັງກອນ - 2 ກຸມພາ. ສື່ມວນຊົນລາວໄດ້ລົງຂ່າວກ່ຽວກັບວຽກງານກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.
ບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງລາວ (ພາບ: Vientiane Times )
      ໜັງສືພິມປະຊາຊົນ ຂອງພັກປະຊາຊົນປະຕິວັດລາວ ສະບັບອອກໃນວັນທີ 20 ມັງກອນ ໄດ້ລົງບົດຂຽນມີ່ມີຫົວຂໍ້ວ່າ “ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກອມມູນິດຫວຽດນາມເລືອກເອົາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທ້ຈິງ”. ບົດຂຽນໄດ້ເນັ້ນໜັກວ່າ ໃນ ຕະຫຼອດ ປະຫວັດສາດ 90 ປີຜ່ານມາ, ຍາມໃດ ພັກກອມມູນິດ ຫວຽດນາມ ກໍ່ກຳນົດວຽກງານກໍ່ສ້າງພະນັກງານ ບໍ່ພຽງແຕ່ແມ່ນຂັ້ນຕອນສຳຄັນໃນການກໍ່ສ້າງພັກເທົ່ານັ້ນ, ຫາກຍັງແມ່ນຕ່ອງໂສ້ສຳຄັນຍິ່ງໃນການເຄື່ອນໄຫວຂອງພັກ, ຕັດສິນຜົນສຳເລັດຂອງການປະຕິວັດ ຫວຽດນາມ ອີກດ້ວຍ. ເອົາໃຈໃສ່ທີ່ສຸດຕໍ່ວຽກງານກະກຽມບຸກຄະລາກອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13, ໂດຍຈະຄັດເລືອກເອົາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ທີ່ເໝາະສົມເຂົ້າໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການຊຸດໃໝ່.
            ສຳນັກຂ່າວສານແຫ່ງຊາດລາວໄດ້ລົງບົດຂຽນເຊິ່ງຕີລາຄາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມວ່າ ແມ່ນເຫດການການເມືອງທີ່ຍິ່ງໃຫຍ່ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ ແລະ ລັດ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ລະມັດລະວັງ ແລະ ຮັບປະກັນລັກສະນະປະຊາທິປະໄຕ, ພາວະວິໄສ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດໃໝ່ຈະມີຄວາມສາມັກຄີ, ປອດໄສ, ເຂັ້ມແຂງ, ເປັນຈິດໜຶ່ງໃຈດຽວກັບ ກ່ຽວກັບເຈດຈຳນົງ ແລະ ການກະທຳຢ່າງແທ້ຈິງ, ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ສັງຄົມນິຍົມ, ມີວິໄສທັດຍຸດທະສາດ, ຈິນຕະນາການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top