• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວຕີລາຄາສູງຜົນສຳເລັດຂອງກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ -ລາວ

      ວັນທີ 6 ກຸມພາ, ຫນັງສືພິມຕ່າງຂອງລາວ ໄດ້ລົງພິມໃນຫນ້າທຳອິດ ຍ້ອງຍໍຜົນສຳເລັດຂອງ ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ, ໃນນັ້ນ ລ້ວນແຕ່ຢືນຢັນໝາກຜົນຂອງກອງປະຊຸມຄັ້ງນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. 

ກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ -ລາວ
ພາບ:TTXVN
      ບັນດາຫນັງສືພິມໃຫຍ່ຄື: ປະເທດລາວ, ປະຊາຊົນ, ລາວພັດທະນາ, ເສດຖະກິດ ການຄ້າ, ວຽງຈັນທາມ ລ້ວນແຕ່ລົງພິມເນື້ອໃນທີ່ໄດ້ຮັບການປຶກສາຫາລືທີ່ກອງປະຊຸມ ພ້ອມທັງຍົກໃຫ້ເຫັນລະອຽດເອກະສານຮ່ວມມື 12 ສະບັບ ຊື່ງສອງປະເທດໄດ້ລົງນາມທີ່ກອງປະຊຸມຄັ້ງນີ້.
      ຕາມສຳນັກຂ່າວສານປະເທດລາວແລ້ວ, ສັນຍາລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບການຮ່ວມມືລົງທຶນພັດທະນາທ່າກຳປັ່ນ 1,2 ແລະ 3 ທ່າກຳປັ່ນຫວູງອາງ ແມ່ນເອກະສານສຳຄັນທີ່ສຸດ ຊື່ງລັດຖະບານສອງປະເທດບັນລຸໄດ້ທີ່ກອງປະຊຸມຄັ້ງນີ້. ສ່ວນ ຫນັງສືພິມວຽງຈັນທາມ ຖືວ່າ ເລື່ອງສອງປະເທດລົງນາມໃນຂໍ້ຕົກລົງ 12 ສະບັບທີ່ກອງປະຊຸມ, ໃນນັ້ນ ມີສັນຍາລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບການຮ່ວມມືລົງທຶນພັດທະນາທ່າກຳປັ່ນ 1,2 ແລະ 3 ທ່າກຳປັ່ນຫວູງອາງ ໄດ້ອະນຸຍາດໃຫ້ປະເທດທີ່ບໍ່ມີທະເລຄື ລາວ ມີເສັ້ນທາງສຳຜັດກັບບັນດາເສັ້ນທາງການຄ້າບົນທະເລ. ຫນັງສືພິມໄດ້ໃຫ້ຂໍ້ສັງເກດວ່າ ບັນດາຂໍ້ຕົກລົງດັ່ງກ່າວຈະຊ່ວຍເພີ່ມທະວີການພົວພັນ ແລະ ເປີດກວ້າງການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.
ຄຽງຄູ່ກັນນັ້ນ ບັນດາຫນັງສືພິມ, ພາຫະນະສື່ມວນຊົນອື່ນຂອງລາວ ກໍ່ໄດ້ສະຫງວນເວລາເພື່ອເວົ້າເຖິງກອງປະຊຸມຄັ້ງທີ 40 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top