• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ

ສື່ມວນຊົນກັບວຽກງານຕໍ່ສູ້ປ້ອງກັນ
ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ
        ຕອນ​ບ່າຍ​ວັນ​ທີ 04/01 ທີ່​ກອງ​ປະຊຸມ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຄັ້ງ​ທີ 6, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະມາຄົມ​ນັກ​ຂ່າວ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ປຸກລະດົມການ​ແຂ່ງຂັນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ “ສື່​ມວນ​ຊົນ​ກັບ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ​, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ”. ບົດ​ປະພັນ​ທີ່ເຂົ້າ​ຮ່ວມ​ການ​​ແຂ່ງຂັນສື່​ມວນ​ຊົນກັບ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ​, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ ​ແມ່ນ​ບັນດາ​ບົດ​ປະພັນ​ສື່​ມວນ​ຊົນ​ທີ່​ມີ​ລັກສະນະ​ພົບ​ເຫັນ, ຕໍ່ສູ້​ສະກັດ​ກັ້ນ, ຍູ້ການ​ເສື່ອ​ມ​ເສຍ, “ຜັນ​ແປ​ເອງ”, “ຫັນປ່ຽນ​ເອງ” ​ໃນໝູ່​ພະນັກງານ, ສະມາຊິກ​ພັກ​ໃຫ້​ຖອຍ​ໄປ; ຂົນຂວາຍ, ປຸກລະດົມປະຊາຊົນ​ທຸກ​ຊັ້ນ​ວັນນະ ຕັ້ງໜ້າປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ; ​ໂຄສະນາ, ຂົນຂວາຍ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ ຕັ້ງໜ້າ​ສ້າງ​ອຳນາດ​ການ​ປົກ​ຄອງ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ປະຕິບັ​ດການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​; ວຽກ​ງານ​ຕິດຕາມ​ກວດກາ​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ​ຢູ່​ເຂດ​ຊຸມ​ຊົນ; ​ກາ​ນປະຕິບັດ​ກົດ​ລະບຽບ​ອະທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ. ບັນດາ​ຮູບ​ການ​ສື່​ມວນຊົນ​​ໄດ້ເຂົ້າ​ຮ່ວມ​ການ​​ແຂ່ງຂັນ​ມີແມ່ນ: ໜັງສື​ພິມ, ສື່​ເອ​ເລັກ​​ໂຕ​ນິກ, ຂ່າວ​ພາບ, ກະຈາຍສຽງ ​ແລະ ໂທລະພາບ.
        ບັນດາບົດປະພັນເຂົ້າຮ່ວມການ​ແຂ່ງຂັນ ຕ້ອງໄດ້ຮັບການພິມ​ຈຳໜ່າຍ​​ໂຄສະນາ​ທາງ​ສຳນັກ​ຂ່າວສານສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ​ ນັບ​ແຕ່​ວັນ​ທີ 01/01/2017 – 30/11/2017.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top