• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ສົນ​ທະ​ນາ ເພື່ອ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ການສັກວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຢ່າງ​ທົ່ວ​ເຖິງ​ໂດຍ​ໄວ

ພາຍຫຼັງຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ, ມີພະນັກງານການແພດ 955 ຄົນ ທີ່ພວມປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ພະນັກງານທີ່ປະຕິບັດໜ້າທີ່ເອົາຕົວຢ່າງ, ກວດວິໄຈ, ຄົ້ນຫາປະຫວັດການໄປ - ມາ, ສະມາຊິກຂອງໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມຊົນ ໄດ້ຮັບການສັກວັກຊິນກັນພະຍາດດັ່ງກ່າວ.
ສັກວັກຊິນກັນພະຍາດໂຄວິດ - 19 ຢູ່ໂຮງໝໍແທງຍ່ານ (ພາບ: TTXVN)

ຕາມການລາຍງານຂອງ ໂຄງການສັກວັກຊິນເປີດກວ້າງແຫ່ງຊາດ, ພາຍຫຼັງຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ, ມີພະນັກງານການແພດ 955 ຄົນ ທີ່ພວມປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ພະນັກງານທີ່ປະຕິບັດໜ້າທີ່ເອົາຕົວຢ່າງ, ກວດວິໄຈ, ຄົ້ນຫາປະຫວັດການໄປ - ມາ, ສະມາຊິກຂອງໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມຊົນ ໄດ້ຮັບການສັກວັກຊິນກັນພະຍາດດັ່ງກ່າວ. ເອື້ອຍ ຫງວຽນຢ້ຽວຖຸ໊ຍ, ສະມາຊິກໜ່ວຍປ້ອງກັນ, ສະກັດກັ້ນໂລກລະບາດ ເທດສະບານ ອ໊າຍກວັກ, ນະຄອນ ຫາຍເຢືອງ, ໃຫ້ຮູ້ວ່າ:

        “ພາຍຫຼັງສັກວັກຊິນແລ້ວ, ຂ້າພະເຈົ້າຮູ້ສຶກວ່າສຸຂະພາບຍັງເປັນປົກກະຕິ. ປັດຈຸບັນ, ຂ້າພະເຈົ້າ ຍັງສືບຕໍ່ເຝົ້າລະວັງເພື່ອປ້ອງກັນ, ຕ້ານໂລກລະບາດ. ຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໄປໂດຍໄວ”.

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີບາງແຫຼ່ງສະໜອງວັກຊິນກັນພະຍາດໂຄວິດ - 19 ນັ້ນແມ່ນ ໄດ້ຮັບການໜູນຊ່ວຍຈາກກົນໄກ COVAX Facility. ໄປຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກ ກໍ່ໄດ້ ແລະ ພວມສືບຕໍ່ສົນທະນາກັບບັນດາບໍລິສັດຜະລິດວັກຊິນຄື Pfizer, Moderna, Johnson & Johnson, Gamaleya ເພື່ອສາມາດສຳຜັດກັບບັນດາແຫຼ່ງສະໜອງວັກຊິນທັງໝົດ ແນໃສ່ຜັນຂະຫຍາຍຂອບຂະໜາດນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃນວົງກວ້າງ; ຮັບປະກັນໃຫ້ປະຊາຊົນ ຫວຽດນາມ ໄດ້ຮັບການສັກວັກຊິນຢ່າງທົ່ວເຖິງ ແລະ ເປັນເຈົ້າການຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ. 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top