• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ຍີ່ປຸ່ນ

      ສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ວິສາຫະກິດ 1.600 ຄົນ, ໃນນັ້ນມີນັກທຸລະກິດ ຫວຽດນາມ 200 ຄົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ນີ້ແມ່ນກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ ດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນປະຈຸບັນຢູ່ຍີ່ປຸ່ນ, ໂດຍອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານ BTMU, ທະນາຄານ Viettinbank ຈັດຕັ້ງ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ສືບຕໍ່ກໍ່ສ້າງ, ສ້າງສັນບັນດາປັດໄຈເພື່ອສ້າງທ່າແຮງໃນການແກ່ງແຍ້ງໃຫ້ແກ່ພື້ນຖານເສດຖະກິດ, ຫວັງວ່າບັນດານັກລົງທຶນ ຍີ່ປຸ່ນ ສືບຕໍ່ເພີ່ມທະວີການລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ຫງວຽນຈີ້ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ມີການໂອ້ລົມສົນທະນາ, ແລກປ່ຽນກັບບັນດານັກລົງທຶນ ຍີ່ປຸ່ນ.
        ກ່ອນໜ້ານັ້ນ, ຕອນທ່ຽງວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການໂອ້ລົມສົນທະນາໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບທະນາຄານອຸດສາຫະກຳ ການຄ້າ (Viettinbank) ແລະ ທະນາຄານ Bank of Tokyo – Mitsubishi UFJ (BTMU), ຍີ່ປຸ່ນຈັດຕັ້ງ.
(ແຫຼ່ງຄັດຈາກ VOV)

                                                                                            

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top