• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິງກະໂປ ສືບຕໍ່ເປີດປະຕູຊາຍແດນ

      ນັບແຕ່ວັນທີ 27 ຕຸລາ, ຈະອະນຸຍາດໃຫ້ແຂກທ່ອງທ່ຽວທີ່ມີການສຳຜັດໄປ - ມາລະຫວ່າງ ບັງກະລາເທດ, ອິນເດຍ, ມຽນມາ, ເນປານ, ປາກິດສະຖານ ແລະ ສີລັງກາ ໄດ້ເຂົ້າເມືອງ ຫຼື ຜ່ານແດນ ສິງກະໂປ.
ອ່າວ Marina, ສິງກະໂປ (ພາບ: THX/TTXVN)
      ທີ່ກອງປະຊຸມຖະແຫຼງຂ່າວແບບທາງໄກ ໃນວັນທີ 23 ຕຸລາ, ກຳລັງລະຫວ່າງກະຊວງຮັບຜິດຊອບກ່ຽວກັບວຽກງານ ໂຄວິດ - 19 (MTF) ຂອງ ສິງກະໂປ ໃຫ້ຮູ້ວ່າ, ນັບແຕ່ວັນທີ 27 ຕຸລາ, ຈະອະນຸຍາດໃຫ້ແຂກທ່ອງທ່ຽວທີ່ມີການສຳຜັດໄປ - ມາລະຫວ່າງ ບັງກະລາເທດ, ອິນເດຍ, ມຽນມາ, ເນປານ, ປາກິດສະຖານ ແລະ ສີລັງກາ ໄດ້ເຂົ້າເມືອງ ຫຼື ຜ່ານແດນ ສິງກະໂປ. ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດເຫຼົ່ານັ້ນ ຈະຕ້ອງປະຕິບັດມາດຕະການຄວບຄຸມຊາຍແດນຢ່າງເຄັ່ງຄັດທີ່ສຸດ, ໃນນັ້ນ ມີການແຍກຕົວຢູ່ສູນແຍກຕົວໃນເວລາ 10 ວັນ.
            ໄປຄຽງຄູ່ກັນນັ້ນ, ກໍນັບແຕ່ວັນທີ 27 ຕຸລາ ເປັນຕົ້ນໄປ, ສິງກະໂປ ຈະຜ່ອນຜັນມາດຕະການສຳລັບແຂກທ່ອງທ່ຽວທີ່ມາຈາກປະເທດບ້ານໃກ້ເຮືອນຄຽງຄື ມາເລເຊຍ ແລະ ອິນໂດເນເຊຍ.
            MOH  ໃຫ້ຮູ້ວ່າ ແຂກທ່ອງທ່ຽວທີ່ມາຈາກ ມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ, ອີຢິບ, ຮຸງກາຣີ, ອິດສະຣາແອັນ, ກາຕາ, Seychelles, ອາຟະລິກາໃຕ້, ສະຫະລັດ ອາຣັບ ເອມີເລດ (UAE) ແລະ ຫວຽດນາມ ຈະຕ້ອງແຍກຕົວໃນເວລາ 10 ວັນຢູ່ ບ່ອນພັກອາໄສ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top