• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳ​ນັກ​ຂ່າວ​ສານປະ​ເທດ​ລາວ: ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ

ໜັງສືພິມ ປະເທດລາວ ສະບັບອອກໃນວັນທີ 5 ພຶດສະພາມີບົດຂຽນດ້ວຍຫົວຂໍ້ວ່າ “ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ”. ບົດຂຽນໄດ້ເນັ້ນໜັກວ່າ: ໄຊຊະນະ ບັ້ນຮົບດຽນບຽນຟູ ໃນວັນທີ 7 ພຶດສະພາ 1954 ທັງເປັນຄວາມເອກອ້າງ ທະນົງໃຈຂອງປະຊາຊົນ ຫວຽດນາມ ໃນພາລະກິດສ້າງສາ ພັດທະນາປະເທດຊາດ, ທັງເປັນແຫຼ່ງກໍາລັງໜູນອັນຍິ່ງໃຫຍ່ໃນພາລະກິດປ່ຽນແປງໃໝ່ ແນໃສ່ປະຕິບັດຈຸດໝາຍ:“ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕຍຸຕິທຳ ແລະ ສິວິໄລ”.

ປູຊະນີຍະສະຖານໂນນພູ A1 ໃນເມື່ອກ່ອນ ປັດຈຸບັນເຕັມໄປດ້ວຍສີຂຽວອຸ່ມທຸ່ມ (ພາບ: TTXVN)

ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມເທົ່ານັ້ນ ແຕ່ຍັງແມ່ນໄຊ ຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ອີກດ້ວຍ ເຊິ່ງໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍປະເທດຊາດໃຫ້ລັດຖະບານຝຣັ່ງຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນ, ຮັບຮູ້ພື້ນຖານເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ລາວ ແລະ ກໍາປູເຈຍ.

ສໍາລັບປະເທດລາວ, ໄຊຊະນະດຽນບຽນຟູມີຄວາມໝາຍສໍາຄັນ ໃນການພົວພັນສາມັກຄີແບບພິເສດ, ຮ່ວມສໍາພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ ເພາະວ່າດຽນບຽນຟູ ຢູ່ຕິດກັບແຂວງຜົ້ງສາລີ ແລະ ຫົວພັນ, ສະນັ້ນການຕີເອົາຊະນະ ຝຣັ່ງຢູ່ດຽນບຽນຟູ ຈຶ່ງໄດ້ຊ່ວຍທັບມ້າງຈຸດທີ່ໝັ້ນ ສໍາຄັນຂອງສັດຕູ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top