• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາ​ກົນ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ​້າ​ຕໍ່ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ

ສາກົນຕີລາຄາຢ່າງຕັ້ງໜ້າຕໍ່ແງ່ຫວັງເສດຖະກິດ ຫວຽດນາມ ນີ້ແມ່ນຄຳຢັ້ງຢືນຂອງທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມລັດຖະບານປະຈຳເດືອນ ໃນຕອນຄ່ຳວັນທີ 1 ສິງຫາ.

ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມລັດຖະບານປະຈຳເດືອນ ໃນຕອນຄ່ຳວັນທີ 1 ສິງຫາ

ຕາມທ່ານລັດຖະມົນຕີແລ້ວ, ໃນສະພາບການໂລກ, ພາກພື້ນ ແລະ ທະເລຕາເວັນອອກສືບຕໍ່ມີການຜັນປ່ຽນຍາດທີ່ຈະຄາດຄະເນລ່ວງໜ້າໄດ້, ກອງທຶນເງິນຕາສາກົນ (IMF) ສືບຕໍ່ຄາດຄະເນວ່າ ລະດັບການເຕີບໂຕຂອງໂລກໃນປີ 2019 ຫຼຸດລົງ 3,2%, ການເຕີບໂຕການຄ້າທົ່ວໂລກໃນໄລຍະ 6 ເດືອນຕົ້ນປີ 2019 ຕ່ຳກ່ວາ 1%. ສ່ວນຫຼາຍບັນດາປະເທດມີການເຕີບໂຕຕ່ຳ, ແລະຕ່ຳສຸດໃນຮອບ 10 ປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບັນດາອົງການສາກົນ.

        ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ມາຍຕ໊ຽນຢຸງ ໄດ້ເນັ້ນໜັ້ກເຖິງບາງໝາກຜົນທີ່ພົ້ນເດັ່ນກ່ຽວກັບສະພາບເສດຖະກິດ - ສັງຄົມໃນ 7 ເດືອນຕົ້ນປີ ຂອງ ຫວຽດນາມ. ຕາມນັ້ນແລ້ວ, ດັດຊະນີຄ່າໃຊ້ຈ່າຍສະເລ່ຍ 7 ເດືອນເພີ່ມຂຶ້ນ 2,61% ເມື່ອທຽບໃສ່ປີກາຍນີ້, ລະດັບເພີ່ມສະເລ່ຍ 7 ເດືອນຕ່ຳສຸດໃນ ຮອບ 3 ປີນີ້. ກ່ຽວກັບການດຳເນີນທຸລະກິດ, ການຜະລິດ, ທ່ານ ລັດຖະມົນຕີ ໃຫ້ຮູ້ວ່າ:

       ວົງເງິນສົ່ງອອກບັນລຸໄດ້ ກ່ວາ 145 ຕື້ USD, ເພີ່ມຂຶ້ນ 7,5%, ພິເສດລະດັບການເພີ່ມວົງເງິນການຄ້າສົ່ງອອກພາຍໃນປະເທດ ແມ່ນ 12,2%, ສູງກ່ວາລະດັບການເພີ່ມຂຶ້ນຂອງພາກພື້ນ FDI ແມ່ນ 5,6%. ຂະແໜງກະສິກຳສືບຕໍ່ມີບັນດາການຫັນປ່ຽນທີ່ດີທາງດ້ານໂຄງປະກອບຕົຜົນລະປູກ, ສັດລ້ຽງ, ຂຸດຄົ້ນແຫຼ່ງກຳລັງໃຫ້ແກ່ການພັດທະນາການຜະລິດ, ປຸງແຕ່ງ. ການຜະລິດອຸດສາຫະກຳສືບຕໍ່ເພີ່ມຂຶ້ນປະມານ 9,4% ໃນນັ້ນອຸດສາຫະກຳປຸງແຕ່ງ, ປະດິດສ້າງເພີ່ມຂຶ້ນສູງແມ່ນ 10,7%

        ແຂກທ່ອງທ່ຽວຕ່າງປະເທດມາທ່ອງທ່ຽວຢູ່ ຫວຽດນາມ ກໍ່ເພີ່ມຂຶ້ນຄືເກົ່າ, ໄລ່ລວມ 7 ເດືອນບັນລຸໄດ້ 9,8 ລ້ານ ເທື່ອຄົນ, ເພີ່ມຂຶ້ນ 7,9%.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top