• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານສົມເຊີຍຂອງການນຳບັນດາປະເທດ ລາວ, ຈີນ ສົ່ງເຖິງການນຳຂັ້ນສູງຫວຽດນາມ

ເນື່ອງໃນໂອກາດການນຳຂັ້ນສູງພັກ, ລັດ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເລືອກຕັ້ງທີ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ການນຳບັນດາປະເທດ ລາວ, ຈີນ ໄດ້ສົ່ງສານມາອວຍພອນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ. (ພາບ:dangcongsan.vn)

ວັນທີ 26 ກໍລະກົດ, ໃນສານອວຍພອນທ່ານ ຫງວຽນຊວັນຟຸກ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃນໄລຍະຈະມາເຖິງ “ເພື່ອແນໃສ່ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່,  ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ; ສືບຕໍ່ຊີ້ນຳ, ນຳພາການຈັດຕັ້ງປະຕິບັດໝາກຜົນການເຈລະຈາລະຫວ່າງ 2 ພັກ, 2 ລັດ ລາວ - ຫວຽດນາມ ໃນເດືອນ ມິຖຸນາ 2021 ຜ່ານມາຢ່າງມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ລາວ  ພັນຄຳ ວິພາວັນ ໄດ້ສົ່ງສານມາອວຍພອນທ່ານ ຟ້າມມິນຈິງ ເຊິ່ງສະພາແຫ່ງຊາດຫວຽດນາມ ຊຸດທີ XV ເລືອກຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຫວຽດນາມ.

ວັນທີ 26 ກໍລະກົດ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ. ທ່ານປະທານປະເທດ ສີຈີ້ນຜິງ ຢືນຢັນຖືເປັນສຳຄັນການພັດທະນາການພົວພັນລະຫວ່າງ ຈີນ - ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີການກຳນົດທິດຍຸດທະສາດສຳລັບການພົວພັນຂອງ 2 ພັກ, 2 ປະເທດ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ກໍ່ໄດ້ສົ່ງໂທລະເລກອວຍພອນທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ; ທ່ານຮອງປະທານປະເທດ ວາງຈິຊານ ໄດ້ສົ່ງໂທລະເລກມາອວຍພອນເຖິງທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອັງຊວັນ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top