• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາກົນສະແດງຄວາມໂສກເສົ້າເສຍດາຍຕໍ່ອະດີດເລຂາທິການໃຫຍ່ ສປຊ Kofi Annan ເຖິງແກ່ມໍລະນະກຳ

      ຕໍ່ການເຖິງແກ່ມໍລະນະກຳຂອງອະດີດເລຂາທິການໃຫຍ່ ສະຫະປະຊາຊາດ Kofi Annan, ບັນດາການນຳ, ເຈົ້າໜ້າທີ່ໂລກໄດ້ສະແດງຄວາມໂສກເສົ້າເສຍດາຍ.

ອະດີດເລຂາທິການໃຫຍ່ ສປຊ Kofi Annan (ພາບ: Getty)
      ບັນດາການນຳໃນໂລກໄດ້ຍ້ອງຍໍທ່ານ Kofi Annan ເປັນນັກການທູດດີເດັ່ນ, ໄດ້ມີການປະກອບສ່ວນຫລາຍຢ່າງເຂົ້າໃນພື້ນຖານສັນຕິພາບໂລກ.
        ທ່ານປະທານາທິບໍດີ ການາ Akufo-Addo ຖະແຫຼງວ່າ ປະເທດນີ້ຈະໄວ້ທຸກລະດັບຊາດເປັນເວລາ 1 ອາທິດ ເພື່ອອາໄລຫາອະດີດເລຂາທິການໃຫຍ່ ສະຫະປະຊາຊາດ Kofi Annan.
        ທ່ານປະທານາທິບໍດີ ອາຟຣິກາໃຕ້ Cyril Ramaphosa ໃຫ້ຮູ້ວ່າ: ທ່ານ Kofi Annan ເປັນນັກການທູດດີເລີດ, ເປັນການນຳດີເດັ່ນ ແລະ ເປັນແບບຢ່າງໃຫ້ຫລາຍຄົນຢູ່ ອາຟຣິກາ.
        ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຖືວ່າ: ທ່ານ Kofi Annan ແມ່ນການນຳຍິ່ງໃຫຍ່ ແລະ ປະຕິຮູບຂອງ ສະຫະປະຊາຊາດ. ທ່ານ Kofi Annan ໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ເພື່ອໃຫ້ໂລກມີຄວາມດີງາມກ່ວາ.
        ຕາມແຈ້ງການຂອງ ສະຫະປະຊາຊາດໃຫ້ຮູ້ວ່າ, ອະດີດເລຂາທິການໃຫຍ່ສະຫະປະຊາຊາດ Kofi Annan ໄດ້ເຖິງແກ່ມໍລະນະກຳຢູ່ ສະວິດ ໃນຕອນເຊົ້າວັນທີ 18 ສິງຫາ, ລວມອາຍຸ 80 ປີ.
 (ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top