• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາວາງສະແດງຮູບພາບ:ສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ

      ງານວາງສະແດງຖືກຈັດຂຶ້ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນສອງປະເທດກ່ຽວກັບ ການພັດທະນາການພົວພັນສອງຝ່າຍກໍ່ຄືວັດທະນະທຳ ກາລະໂອກາດການລົງທຶນດຳເນີນທຸລະກິດ, ການທ່ອງທ່ຽວ 
ວາງສະແດງຮູບພາບປະທານໂຮ່ຈີມິນ ຢ້ຽມຢາມ ອິນໂດເນເຊຍ ປີ  1959
      ໂດຍນອນໃນບັນດາເຫດການສະເຫລີມສະຫລອງໃນປີ 2020 ໂດຍສະຖານທູດຫວຽດນາມ ຈັດຕັ້ງ ຢູ່ ອິນໂດເນເຊຍ, ແຕ່ວັນທີ 7-13 ທັນວາ ໄດ້ດຳເນີນງານວາງສະແດງຮູບພາບ ສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ(30/12/1955-30/12/2020) ຢູ່ ນະຄອນ Yogyakarta ປະເທດ ອິນໂດເນເຊຍ. ງານວາງສະແດງຖືກຈັດຂຶ້ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນສອງປະເທດກ່ຽວກັບ ການພັດທະນາການພົວພັນສອງຝ່າຍກໍ່ຄືວັດທະນະທຳ ກາລະໂອກາດການລົງທຶນດຳເນີນທຸລະກິດ, ການທ່ອງທ່ຽວ ເພື່ອຟື້ນຟູພື້ນຖານເສດຖະກິດຢູ່ໃນ ແລະ ຫລັງໂຄວິດ 19 ໂດຍໄວ.
ໃນຂະນະນັ້ນ ການວາງສະແດງຮູບພາບທາງອອນລາຍ ແລະ ສາຍຟິມເອກະສານ “ປະທານໂຮ່ຈີມິນ ແລະ ປະທານາທິບໍດີ Sukarno - ຄວາມສາມັກຄີມິດຕະພາບ ຫວຽດນາມ - ອິນໂດເນເຊຍ” ຈະໄດ້ລົງໃນເວັບໄຊ Virtualexpo.jogjaprov.go.id. ນອກຈາກບັນດາຮູບພາບ, ຟິມເອກະສານກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຂອງປະທານໂຮ່ຈີມິນ, ການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີ Sukarno ແລະ ການພັດທະນາການພົວພັນສອງຝ່າຍລະຫວ່າງສອງປະເທດໃນ 65 ປີຜ່ານມາ, ງານວາງສະແດງ ຍັງແນະນຳບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດປາຍແຫລມຂອງ Yogyakarta ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top