• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຖາ​ບັນ ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ຜົນ​ງານ​ຂອງ​ຫວຽດ​ນາມ

ກ່ອນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບາງສະຖາບັນ, ກອງທຶນຄົ້ນຄ້ວາໃຫຍ່ຂອງ ເຢຍລະມັນ ໄດ້ລົງບັນດາບົດລາຍງານ ຕີລາຕາໝາກຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ ຂອງ ຫວຽດນາມ.
ພາບປະກອບ: TTXVN

ໃນບົດຂຽນທີ່ໄດ້ລົງໃນເວັບໄຊຂອງ ກອງທຶນ Hanns-Seidel-Stiftung ຂອງເຢຍລະມັນ ຊື່ງແມ່ນໜຶ່ງໃນບັນດາກອງທຶນດ້ານການເມືອງໃຫຍ່ທີ່ສຸດຂອງເຢຍລະມັນ, ຜູ້ຂຽນ Magdalena Knödler  ໄດ້ໃຫ້ຂໍ້ສັງເກດວ່າ, ປີ 2020 ແມ່ນປີທີ່ມີຄວາມຫຍຸ້ງຍາກພິເສດ, ແຕ່ຫວຽດນາມ ໄດ້ປະຕິບັດບົດບາດຄວບຄູ່ແມ່ນ ປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ເປັນຢ່າງດີ. ເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງ ສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ແລະ ການຍົກລະດັບການພົວພັນລະຫວ່າງ EU ແລະ ອາຊຽນ ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດ ກໍ່ໄດ້ດຳເນີນໃນປີ ຫວຽດນາມ ຮັບບົດບາດຄວບຄູ່. 

ໃນຂະນະນັ້ນ, ກອງທຶນ Konrad-Adenauer-Stiftung ໄດ້ລົງບົດລາຍງານ ຍາວ 6 ໜ້າກ່ຽວກັບຂໍ້ມູນຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມ. ຕາມບົດລາຍງານແລ້ວ, ໝາກຜົນຂອງກອງປະຊຸມພັກຈະຕັດສິນທິດທາງນະໂຍບາຍພາຍໃນ, ນະໂຍບາຍການຕ່າງປະເທດ ໃນອຸນາຄົດ ແລະ ມີລັກສະນະບຸກທະລຸໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ ໃນ 5 ປີຈະມາເຖິງ.
(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top