• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ”: ເຊື່ອມຕໍ່ບັນດາຫົວໃຈມຸ່ງໄປສູ່ເຂດໝູ່ເກາະ ຂອງປະເທດຊາດ

      ວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະໂມສອນ ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງໄດ້ຈັ້ດຕັ້ງການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງ (2014 - 2019).

ພິທີ ສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງສະໂມສອນ ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ
(ພາບ: Tuoitre.vn)
      ວັນທີ 1 ສິງຫາ ປີ 2014, ກອງທຶນການສຶກສາ ວືຶອາຢິ໊ງ ຂຶ້ນກັບສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໄດ້ສ້າງຕັ້ງສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ດ້ວຍເປົ້າໝາຍເຊື່ອມຕໍ່ບັນດາຫົວໃຈມຸ່ງໄປສູ່ທະເລໝູ່ເກາະຂອງປະເທດຊາດ. ພາຍຫຼັງແຫ່ງ 5 ປີການເຄື່ອນໄຫວ, ສະໂມສອນ “ເພື່ອໝູ່ເກາະຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ມີການຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງ. ມາຮອດປັດຈຸບັນ, ສະໂມສອນມີສະມາຊິກບຸກຄົນເກືອບ 1500 ຄົນ, ສະມາຊິກທີ່ເປັນໝູ່ຄະນະ 93 ຄະນະ ໃນທົ່ວປະເທດ ແລະ ຢູ່ເອີລົບ, ທະວີບອົດສະຕາລີ, ສ.ເກົາຫຼີ, ໄທ ພ້ອມກັບ ສະມາຊິກກ່ວາ 2.300 ຄົນທີ່ເຊື່ອມຕໍ່ໃນສື່ສັງຄົມອອນລາຍ facebook.
        ເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີ ແຫ່ງວັນສ້າງຕັ້ງ, ສະໂມສອນ“ເພື່ອໝູ່ເກາະ ຮ່ວາງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ປຸກລະດົມການສອບເສັງ “ຂຽນ, ແຕ້ມພາບກ່ຽວກັບທະເລໝູ່ເກາະຂອງປະເທດຊາດຂອງນ້ອງ” ໂດຍສະຫງວນໃຫ້ແກ່ບັນດານ້ອງນັກຮຽນ ແລະ ບັນດາໂຮງຮຽນໃນທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top