• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຢູ່ ເກີນເທີ

      ວັນທີ 01 ກັນຍາ ຄະນະພັກນະຄອນ ເກີນເທີ ຈັດຕັ້ງພິທີສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ.

ພິທີສະເຫຼີມສະຫຼອງ 72 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 02 ກັນຍາ (ພາບອິນເຕີແນັດ)
      ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ມອບນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ” ໃຫ້ໝູ່ຄະນະຂະແໜງການແພດປະຊາຊົນເຂດທາງທິດຕາເວັນຕົກພາກໃຕ້, ທະຫານເຂດ 9, ກະຊວງປ້ອງກັນປະເທດ ຫວຽດນາມ ຍ້ອນມີຜົນງານດີເດັ່ນພິເສດໃນພາລະກິດຕໍ່ສູ້ຕ້ານ ອາເມລິກາ. ຕາງໜ້າຄະນະພັກນະຄອນ ເກີນເທີ ໄດ້ມອບຫຼຽນກາອາຍຸພັກ 30 ປີ, 40 ປີ, 45 ປີ ແລະ 50 ປີ ໃຫ້ບັນດາສະມາຊິກພັກ, ເຊິ່ງແມ່ນການນຳອະດີດການນຳບັນດາພະແນກ, ຄະນະ, ຂະແໜງການໃນບໍລິເວນນະຄອນ.
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top