• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫຼຸບໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ໄລຍະ 2014 – 2018

ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ສົມທົບກັບ ຄະນະເສດຖະກິດສູນກາງ ແລະ ຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງກອງປະຊຸມສະຫຼຸບໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ໄລຍະ 2014 – 2018 ຂຶ້ນ ໃນວັນທີີ 24 ເມສາ.

 ກອງປະຊຸມ ສະຫຼຸບໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ໄລຍະ 2014 – 2018

 ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ການເຄື່ອນໄຫວສົ່ງເສີມອຸດສາຫະກໍາ ໄດ້ຢັ້ງຢືນໃຫ້ເຫັນເຖິງບົດບາດສໍາຄັນ, ເປັນກໍໍາລັງໃຈ ແລະ ປຸກລະດົມບັນດາແຫຼ່ງກໍາລັງລົງທຶນເຂົ້າໃນການພັດທະນາຊົນນະບົດຕາມການວາງແຜນກໍານົດພັດທະນາອຸດສາຫະກໍາລະດັບຊາດ, ເຂດ ແລະ ແຂວງ. ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຖືວ່າ:

        “ບັນດາເນື້ອໃນໃນໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ມີ  7 ຂໍ້ໃຫຍ່, ໃນນັ້ນ ມີຫຼາຍຂໍ້ສໍາຄັນຄື ແນະນໍາ ແລະ ສະແດງເຕັກໂນໂລຢີ ເພື່ອໝູນໃຊ້ ແລະ ຍົກສູງປະສິດທິຜົນຂອງອຸດສາຫະກໍາ ແລະ ອຸດສາຫະກໍານ້ອຍຫັດຖະກໍາ ຢູ່ ທ້ອງຖິ່ນ, ຍົກສູງກໍາລັງຄວາມສາມາດໃນການບໍລິຫານ, ແກ້ງແຍ້ງຜະລິດຕະພັນ. ນອກຈາກນັ້ນ, ວຽກງານບໍາລຸງວິຊາຊີບ, ຮັບໃຊ້ໃຫ້ແກ່ການຖ່າຍທອດອາຊີບ, ແລກປ່ຽນວິຊາຊີບ, ສືບຕໍ່ພັດທະນາໝູ່ບ້ານອາຊີບຫັດຖະກໍາມູນເຊື້ອ, ໃນນັ້ນ ອໍານາດການປົກຄອງທ້ອງຖິ່ນ ສວມບົດບາດສໍາຄັນ”.

        ເພື່ອຮັບປະກັນບັນດາເປົ້າໝາຍຂອງໂຄງການສົ່ງເສີມອຸດສາຫະກໍາແຫ່ງຊາດ ຮອດປີ 2020 ນັ້ນ ບັນດາການເຄືື່ອນໄຫວຂອງໂຄງການຈະສືບຕໍ່ຍູ້ແຮງການໜູນຊ່ວຍບັນດາເນື້ອໃນສ້າງຮູບແບບແນະນໍາ ດ້ານເຕັກນິກ, ຖ່າຍທອດເຕັກໂນໂລຢີ ແລະ ນໍາໃຊ້ເຄື່ອງຈັກທັນສະໄໝຢູ່ບັນດາຮາກຖານອຸດສາຫະກໍາໃນເຂດຊົນນະບົດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top