• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ຟ້າມມິງຈິ໋ງ ໄດ້ຮັບເລືອກເປັນ ນາຍົກລັດຖະມົນຕີ ອາຍຸການ 2016-2021

ໃນຕອນບ່າຍວັນທີ 5 ເມສາ 2021, ຜົນການນັບບັດ ມີຜູ້ແທນ 462/466 ສະຫາຍ ມີໜ້າ ລົງຄະແນນ ດ້ວຍຄະແນນສຽງເຫັນດີ 96,25% ຜູ້ແທນສະພາແຫ່ງຊາດທັງໝົດ, ສະພາແຫ່ງຊາດ ໄດ້ອະນຸມັດຜ່ານມະຕິເລືອກຕັ້ງ ນາຍົກລັດຖະມົນຕີ ອາຍຸການ 2016-2021 ສຳລັບສະຫາຍ ຟ້າມມິງຈິ໋ງ.
ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວຄຳສາບານ ຮັບຕຳແໜ່ງ. ພາບ: ຈີ໋ຢຸງ/VNA
ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບດອກໄມ້ ອວຍພອນສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິ໋ງ.  ພາບ: ຖົ໋ງເຍີດ/VNA
 
ສະພາແຫ່ງຊາດຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຟ້າມມິງຈິ໋ງ, ກຳມະການ ກົມການເມືອງ ຊຸດທີ XIII, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2016-2021. ມະຕິມີຜົນສັກສິດນັບຕັ້ງແຕ່ເວລາທີ່ໄດ້ ສະພາແຫ່ງຊາດອະນຸມັດຜ່ານ.

ທ່ານ ຟ້າມມິງຈິ໋ງ ເກີດປີ 1958, ບ້ານເກີດຢູ່: ຕາແສງ ຮວາລົກ, ເມືອງເຮົ້າລົກ, ແຂວງແທັງຮ໊ວາ. ທ່ານແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.
ປະຕິບັດ: VNA/VNP

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top