• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດຖືສຳຄັນບົດບາດຂອງແມ່ຍິງໃນການຕໍ່ສູ້ຕ້ານໂຄວິດ-19

      ການກະທົບຈາກວິກິດການໂລກລະບາດໂຄວິດ-19 ທີ່ມີຕໍ່ແມ່ຍິງ, ພິເສດແມ່ນບັນດາເຂດເກີດການປະທະກັນ, ແມ່ນມີຄວາມວິຕົກກັງວົນທີ່ສຸດ ຍ້ອນການບໍລິການທີ່ຈຳເປັນຫລາຍຢ່າງຖືກຈຳກັດ.

ສະຫະປະຊາຊາດຖືສຳຄັນບົດບາດຂອງແມ່ຍິງໃນການຕໍ່ສູ້ຕ້ານໂຄວິດ-19 (ພາບ:  UN)
      ການເຂົ້າຮ່ວມຢ່າງຄົບຖ້ວນຂອງແມ່ຍິງແມ່ນປັດໄຈສຳຄັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ກໍ່ຄືຊຸກຍູ້ວິວັດການສັນຕິພາບໃນໂລກ. ຕາມບົດລາຍງານທີ່ມີຫົວຂໍ້ວ່າ: “ໂຄວິດ-19 ແລະ ການປະທະກັນ: ການເຂົ້າຮ່ວມມີຄວາມໝາຍຂອງແມ່ຍິງກ້າວໜ້າໃນວິວັດການສັນຕິພາບ ແລະ ຊຸກຍູ້ຄຳສັ່ງຢຸດຍິງ” ຂອງອົງການສະຫະປະຊາຊາດເພື່ອແມ່ຍິງ ແລະ ຫ້ອງການບັນດາບັນຫາສ້າງສັນຕິພາບ ແລະ ການເມືອງຂອງສະຫະປະຊາຊາດ ຍົກອອກມາໃນວັນທີ 03 ສິງຫາ, ບັນດານັກຊ່ຽວຊານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຂົ້າຮ່ວມທີ່ມີຄວາມໝາຍ, ສະເໝີພາບ ແລະ ຄົບຖ້ວນຂອງແມ່ຍິງສຳລັບພາລະກິດຮັບມືກັບໂລກລະບາດໂຄວິດ-19 ແລະ ບັນດາວິວັດການສັນຕິພາບໃນໂລກ.
        ບັນດານັກຊ່ຽວຊານກໍ່ຖືວ່າ: ການກະທົບຈາກວິກິດການໂລກລະບາດໂຄວິດ-19 ທີ່ມີຕໍ່ແມ່ຍິງ, ພິເສດແມ່ນບັນດາເຂດເກີດການປະທະກັນ, ແມ່ນມີຄວາມວິຕົກກັງວົນທີ່ສຸດ ຍ້ອນການບໍລິການທີ່ຈຳເປັນຫລາຍຢ່າງຖືກຈຳກັດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top