• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫລຸບການເຄື່ອນໄຫວຂອງສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນທຸກຂັ້ນອາຍຸການ 2011-2016


(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ)

      ຕອນ​ບ່າຍ​ວັນ​ທີ 02/02 ຢູ່​ຮ່າ​ໂນ​້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ ສະຫລຸບ​ສະພາບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ທຸກຂັ້ນ​ອາຍຸ​ການ 2011 – 2016, ກໍ່​ຄື​ບາງ​ມາດ​ຕະການ​ຍົກສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ​ໃນ​ອາຍຸ​ການ 2016 – 2021. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ​ໃນ​​ໄລຍະ​​ໃໝ່, ຄຽງຂ້າງຄວາມ​ສະດວກ, ຍັງ​ມີ​​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ ບໍ່​​ແມ່ນໜ້ອຍ, ​ເພື່ອ​ບັນລຸ​​ໄດ້ຄາດໝາຍ​ຂອງ​ອາຍຸ​ການ 2016 – 2021 ນີ້, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນທຸກ​ຂັ້ນ ຄວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ກຸ່ມ​ກ້ອນ​ມະຫາສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປຸກລະດົມ​ແຫຼ່ງກຳລັງ​ທັງ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່ນຄວນ​ນຳ​ໜ້າ ​ໃນ​ການ​ປະຕິບັດ​ບັນດາ​ໂຄງການ​ດຳ​ເນີນ​ງານ​ ປະກອບສ່ວນ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ.
        ບົນ​ຈິດ​ໃຈກອງ​ປະຊຸມ​ທົ່ວ​ປະ​ເທດ​ຜັນ​ຂະຫຍາຍ​ວຽກ​ງານ​ເລືອກ​ຕັ້ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີບັນດາ​ຄະນະ​ພັກ, ຄະນະປະຈຳ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ​ຕັ້ງໜ້າ​ກະກຽມ ​ເພື່ອ​ໃຫ້​ການ​ເລືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກສະພາ​ປະຊາຊົນ​ອາຍຸ​ການ 2016 – 2021 ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບ​ງານ; ສືບ​ຕໍ່​ຍົກ​ສູງ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ; ມີການ​ຫັນປ່ຽນ​ຢ່າງແຮງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ; ກໍ່ສ້າງ​ລັດ​ແຫ່ງອຳ​ນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະ​ຊາ​ຊົນ ​ແລະ ​ເພື່ອ​ປະຊາຊົນ.
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top