• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາແຫ່ງຊາດຕົກລົງເລື່ອງປະກາດໃຊ້ຮ່າງມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ນະຄອນ ໂຮ່ຈີມິນ

      ວັນທີ 26 ຕຸລາ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV, ສະພາແຫ່ງຊາດໄດ້ຮັບຟັງການກ່າວໃບສະເໜີ ແລະ ບົດລາຍງານກວດກາ ມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ໂຮ່ຈີມິນ.

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV  (ພາບ: quochoi.vn)
      ເມື່ອແບ່ງປັນຢູ່ນອກກອງປະຊຸມໃນວັນທີ 26 ຕຸລາ, ບັນດາສະມາຊິດສະມາແຫ່ງຊາດໄດ້ເຫັນດີເຫັນພ້ອມກັບມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ໂຮ່ຈີມິນ. ບັນດາສະມາຊິດສະພາແຫ່ງຊາດຖືວ່າ ດ້ວຍລັກສະນະແມ່ນ ຕົວເມືອງພິເສດ, ແມ່ນສູນໃຫຍ່ກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ, ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ສູນພົວພັນແລກປ່ຽນ ແລະ ເຊື່ອມໂຍງກັບສາກົນ, ມີກຳລັງແຮງ, ຄວາມດູດດື່ມ, ແຜ່ຂະຫຍາຍອັນໃຫຍ່ຫຼວງຂອງເຂດເສດຖະກິດຈຸດສຸມທາງທິດໃຕ້, ນະຄອນໂຮ່ຈີມິນມີທີ່ຕັ້ງການເມືອງສຳຄັນ, ປະກອບສ່ວນ ເຂົ້າການພັດທະນາເສດຖະກິດ - ສັງຄົມ ຂອງພາກພື້ນ ແລະ ທົ່ວປະເທດນັບມື້ນັບສູງຂຶ້ນ. ເລື່ອງສະພາແຫ່ງຊາດປະກາດໃຊ້ມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ນະຄອນໂຮ່ຈີມິນຢູ່ກອງປະຊຸມຄັ້ງນີ້ແມ່ນມີຄວາມຈຳເປັນ ແລະ ເໝາະສົມ, ເພື່ອສາມາດເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອມຂອງນະຄອນ. ຕາມການຄາດຄະເນ, ສະພາແຫ່ງຊາດຈະລົງປະຊາມະຕິຮັບຮອງເອົາຮ່າງມະຕິດັ່ງກ່າວໃນກອງປະຊຸມນີ້.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top