• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ: ຂົວເຊື່ອມຕໍ່ໄມຕີຈິດມິດຕະພາບ ລະຫວ່າງ ປະຊາຊົນ ຫວຽດນາມ - ອິນໂດເນເຊຍ

      ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດ ເມື່ອວັນທີ 30 ທັນວາ 1955, 5 ປີຕໍ່ມາວັນທີ 17 ພຶດສະພາ 1960, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ກໍໄດ້ຮັບການສ້າງຕັ້ງຂຶ້ນສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງປະທານ ໂຮ່ຈີມິນ ແລະ ລັດຖະບານ ຫວຽດນາມ ໃນການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍພ້ອມດຽວກັນນັ້ນ ກໍແມ່ນການຕີລາຄາສູງບົດບາດຂອງ “ການທູດປະຊາຊົນ”. 
            ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນມາຮອດປັດຈຸບັນ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຍາມໃດກໍປະຕິບັດບົດບາດຂອງຕົນໄດ້ເປັນຢ່າງດີເພື່ອແນໃສ່ເພີ່ມທະວີ ແລະ ຍົກສູງສາຍພົວພັນລະຫວ່າງປະຊາຊົນສອງປະເທດໃຫ້ຫຼາຍກວ່າອີກ.
ຄະນະບໍລິຫານງານຊຸດໃໝ່ຂອງ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ
      ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ IV ເຊິ່ງຖືກຈັດຂຶ້ນໃນວັນທີ 27 ຕຸລາ ຜ່ານມາຢູ່ ຮ່າໂນ້ຍ, ບັນດາຜູ້ແທນໄດ້ດຳເນີນການສະຫຼຸບ ແລະ ຕີລາຄາການເຄື່ອນໄຫວ, ໝາກຜົນຕ່າງໆທີ່ບັນລຸໄດ້ໃນອາຍຸການທີ III (2015 – 2020). ຕາມນັ້ນແລ້ວ, ໂດຍສືບທອດມູນເຊື້ອຂອງອາຍຸການກ່ອນໆ, ໃນອາຍຸການທີ III ນີ້, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ມີການເຄື່ອນໄຫວຫຼາຍຢ່າງ ແລະ ມີການປະກອບສ່ວນໃດໜຶ່ງເຂົ້າໃນການເພີ່ມທະວີ, ຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນສອງປະເທດ. ພິເສດ, ອາຍຸການ 2015 – 2020 ຜ່ານມາ ແມ່ນສະໄໝທີ່ມີຄວາມພິເສດທີ່ສຸດ ເມື່ອສະພາບການພາຍໃນປະເທດ ແລະ ໃນໂລກມີການຜັນແປ, ປ່ຽນແປງຢ່າງໄວວາ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ຫັນໄປສູ່ຮູບແບບໃໝ່ທີ່ເໝາະສົມກວ່າ ຕາມທິດນຳທີ່ວ່າ “ເປັນເຈົ້າການ, ຄ່ອງຕົວມີໄຫວພິບ, ປະດິດຄິດສ້າງ ແລະ ມີປະສິດທິຜົນ”. ທ່ານ ຫງວຽນດັງກວາງ, ອະດີດຫົວໜ້າກົມ ອາຊີຕາເວັນອອກສ່ຽງເໜືອ, ກະຊວງການຕ່າງປະເທດ ຫວຽດນາມ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ອາຍຸການທີ III ໃຫ້ຮູ້ວ່າ:
            “ປີ 2020 ແມ່ນປີທີ່ມີຄວາມໝາຍເປັນພິເສດເຊິ່ງເປັນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 65 ປີສະມາຄົມໄດ້ຕັ້ງໜ້າສົມທົບ ແລະ ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງໃນນັ້ນ ມີກອງປະຊຸມສຳມະນາ “ຫວນຄືນການພົວພັນ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 65 ປີ ແລະ ເສັ້ນທາງໃນຕໍ່ໜ້າ”. ຍ້ອນໂລກລະບາດໂຄວິດ - 19, ສະນັ້ນການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆຖືກຈັດຂຶ້ນຕາມຮູບການໂດຍກົງສົມທົບກັບທາງໄກແທດເໝາະກັບສະພາບການຕົວຈິງນອກຈາກນັ້ນສະມາຄົມກໍໄດ້ຈັດການເຄື່ອນໄຫວແລກປ່ຽນວັດທະນະທຳສິລະປະຫຼາຍຢ່າງ ຜ່ານນັ້ນ ກໍເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະຫວັດສາດວັດທະນະທຳປະຊາຊົນຂອງກັນເອົາໃຈໃສ່ ແລະ ຕັ້ງໜ້າສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ເພື່ອແບ່ງປັນຂໍ້ມູນຂ່າວສານຈັດຕັ້ງເຂົ້າຮ່ວມການເຄື່ອນໄຫວຕ່າງໆນາໆປະກອບສ່ວນເຂົ້າໃນຂົງເຂດຮ່ວມມືດ້ານເສດຖະກິດການຄ້າວັດທະນະທຳການທ່ອງທ່ຽວ ໂດຍຜ່ານຮູບແບບຕ່າງຄື ກອງປະຊຸມກອງປະຊຸມສໍາມະນາການທັດສະນະສຶກສາພົວພັນແລກປ່ຽນການເສັງຊອກຮູ້ກ່ຽວກັບວັດທະນະທຳ ແລະ ປະຫວັດສາດຂອງສອງປະເທດ ເປັນຕົ້ນ.”
            ໜຶ່ງໃນບັນດາການປະກອບສ່ວນພົ້ນເດັ່ນຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ນັ້ນແມ່ນ ຍາມໃດສະມາຄົມກໍຮ່ວມເດີນທາງ, ສະໜັບສະໜູນວິວັດການພັດທະນາຂອງ ລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ, ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ. ອາດຢັ້ງຢືນໄດ້ວ່າ, ໃນໄລຍະຜ່ານມາ, ລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ແມ່ນພາກສ່ວນສຳຄັນຂອງການຕ່າງປະເທດປະຊາຊົນ, ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ ແລະ ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ.
ທ່ານ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເປັນປະທານສະມາຄົມ ອາຍຸການ 2021 – 2026
      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຄັ້ງທີ IV ໄດ້ເລືອກຕັ້ງ ທ່ານ ເຈິ່ນມິງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເປັນປະທານສະມາຄົມ ອາຍຸການ 2021 – 2026. ກ່າວຄຳເຫັນທີ່ພິທີສະເໜີຕົວ ຄະນະບໍລິຫານງານຊຸດທີ IV, ທ່ານ ເຈິ່ນມິງຮຸ່ງ ໃຫ້ຮູ້ວ່າ:
            “ໂດຍຜ່ານ 61 ປີແຫ່ງເຕີບໃຫຍ່ ແລະ ຂະຫຍາຍຕົວບໍ່ວ່າຈະຢູ່ໃນສະພາບການໃດກໍຕາມສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ກໍເສີມຂະຫຍາຍບົດບາດເປັນຂົວຕໍ່ແຫ່ງໄມຕີຈິດມິດຕະພາບປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີນ້ຳໃຈຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍສ້າງພື້ນຖານອັນໝັ້ນແກ່ນ ແລະ ຍາວນານໃຫ້ແກ່ສາຍພົວພັນລະຫວ່າງສອງປະເທດ.”
ທ່ານ Denny Abdi ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ຫວຽດນາມ
      ໂດຍຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໃນຕະຫຼອດໄລຍະຜ່ານມາໃນການຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ - ອິນໂດເນເຊຍ, ທ່ານ Denny Abdi ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ຫວຽດນາມ, ເຊື່ອໝັ້ນວ່າ:
            “ໃນຖານະເປັນເອກອັກຄະລັດຖະທູດຜູ້ຕາງໜ້າລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ ປະຈຳ ຫວຽດນາມຂ້າພະເຈົ້າຫວັງຢ່າງຍິ່ງວ່າ ທ່ານປະທານຄົນໃໝ່ຈະສືບຕໍ່ຊຸກຍູ້ການເຄື່ອນໄຫວ ແລະ ລາຍການຮ່ວມມືພົວພັນແລກປ່ຽນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກພວກຂ້າພະເຈົ້າພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອແນະນຳ ແລະ ໜູນຊ່ວຍໃຫ້ການຈັດການພົບປະແລກປ່ຽນໂດຍກົງ ຫຼື ຕາມຮູບການທາງໄກ ລະຫວ່າງປະຊາຊົນສອງປະເທດຕາມຂ້າພະເຈົ້າແລ້ວໄປຄຽງຄູ່ກັບການຮ່ວມມືລະຫວ່າງສອງສະມາຄົມມິດຕະພາບແລ້ວສອງຝ່າຍຄວນເພີ່ມທະວີການຮ່ວມມືກັບສະຫະສະມາຄົມອົງການຈັດຕັ້ງອື່ນໆ ເປັນຕົ້ນແມ່ນ ສະມາຄົມວິສາຫະກິດອົງການຈັດຕັ້ງວັດທະນະທຳສະຫະສະມາຄົມກິລາ… ໂລກລະບາດໂຄວິດ - 19 ໄດ້ຊ່ວຍໃຫ້ພວກເຮົາເຫັນວ່າ ການຮ່ວມມືບໍ່ພຽງຖືກຈຳກັດໃນການຢ້ຽມຢາມໂດຍກົງເທົ່ານັ້ນຫາກປັດຈຸບັນນີ້ ຜ່ານສື່ສັງຄົມອອນລາຍຕ່າງໆ ກໍຍັງສາມາດຮ່ວມມືກັນໄດ້ຢ່າງງ່າຍໆ ແລະ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ”.
            ໄລຍະຈະມາເຖິງ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ຈະສົມທົບກັບສະມາຄົມມິດຕະພາບ ອິນໂດເນເຊຍ - ຫວຽດນາມ ໂດຍອີງໃສ່ສະພາບການຕົວຈິງເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດຢ່າງແທ້ຈິງ./.
(ແຫຼ່ງຄັດຈາກ VOV)

      

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top