• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດເລີ່ມດຳເນີນ ການຊັກຖາມ ແລະ ຕອບຄຳຊັກຖາມໃນເວລາ 3 ວັນ

      ການເຄື່ອນໄຫວຊັກຖາມແກ່ຍາວເປັນເວລາ 3 ວັນ, ແຕ່ວັນທີ 30 ຕຸລາ, ຮອດວັນທີ 1 ພະຈິກ.

ພາບປະກອບ 
      ວັນທີ 30 ຕຸລາ, ສະພາແຫ່ງຊາດ ເລີ່ມດຳເນີນວາລະຊັກຖາມບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບການເຄື່ອນໄຫວຕິດຕາມກວດກາຫົວເລື່ອງສະເພາະແຕ່ຕົ້ນອາຍຸການຮອດກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14. ການເຄື່ອນໄຫວຊັກຖາມແກ່ຍາວເປັນເວລາ 3 ວັນ, ແຕ່ວັນທີ 30 ຕຸລາ, ຮອດວັນທີ 1 ພະຈິກ. ວາລະຊັກຖາມໃນຕອນເຊົ້າມື້ນີ້, ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນປະທານ.
        ໂດຍເປີດສາກວາລະຊັກຖາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການປະຕິບັດບັນດາມະຕິຕົກລົງຂອງສະພາແຫ່ງຊາດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງສູງຂອງລັດຖະບານ ແລະ ບັນດາສະມາຊິກລັດຖະບານ ໃນວຽກງານຊີ້ນຳບໍລິຫານ, ຜັນຂະຫຍາຍການເຄື່ອນໄຫວ. ການເຄື່ອນໄຫວຊັກຖາມສະແດງໃຫ້ເຫັນການຕິດຕາມກວດກາຂອງສະພາແຫ່ງຊາດເພື່ອແນໃສ່ຊີ້ໃຫ້ເຫັນບັນດາສິ່ງຄົງຄ້າງ, ຕິດຂັດ, ປຶກສາຫາລືມາດຕະການແກ້ໄຂ, ເພື່ອປະຕິບັບັນດາມະຕິດັ່ງກ່າວໃຫ້ດີກ່ວາອີກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:
        ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ການເຄື່ອນໄຫວຊັກຖາມຈະບໍ່ດຳເນີນຕາມໝວດບັນຫາຄືປົກກະຕິ ຫາກບັນດາສະມາຊິກສະພາແຫ່ງຊາດຈະຊັກຖາມໂດຍກົງກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງມະຕິຂອງສະພາແຫ່ງຊາດກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ ແລະ ການຊັກຖາມ. ເນື້ອໃນການຊັກຖາມຂຶ້ນກັບຂົງເຂດໃດແມ່ນບັນດາລັດຖະມົນຕີຮັບຜິດຊອບຂົງເຂດນັ້ນຕອບ…”
ການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມຂອງສະພາແຫ່ງຊາດ
ໂດຍສືບຕໍ່ການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມ, ຕອນບ່າຍວັນທີ 30 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ດໍາເນີນການຊັກຖາມບັນດາສະມາຊິກລັດຖະບານ, ຫົວໜ້າອົງການສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບບັນຫາຫຼາຍຢ່າງທີ່ຫາງສຽງມີຄວາມສົນໃຈ.
ຄໍາຖາມຂອງບັນດາສະມາຊິກສະພາແຫ່ງຊາດສ່ວນຫຼາຍແມ່ນກ່ຽວຂ້ອງເຖິງບັນດາຂົງເຂດຄື ເສດຖະກິດ-ສັງຄົມ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຄຸນນະພາບຂອງບັນດາກິດຈະການກໍ່ສ້າງ, ການປະຕິຮູບລະບຽບການບໍລິຫານ, ບັນຫາມົນລະພິດສິ່ງແວດລ້ອມ ແລະ ອື່ນໆ. ເມື່ອຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບຄວາມຄືບໜ້າຂອງການປະຕິບັດແຜນຮ່າງເຊື່ອມຕໍ່ລະຫວ່າງບັນດາລະບຽບການບໍລິຫານ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໃຫ້ຮູ້ວ່າ ແຜນການເຊື່ອມຕໍ່ລະບຽບການບໍລິຫານ ໂດຍລັດຖະບານ ແລະ ນາຍົກລັດຖະມົນຕີ ຮັບຖືວ່າ ນີ້ແມ່ນຂອດບຸກທະລຸຂອງແຜນການປະຕິຮູບດ້ານການບໍລິຫານຂອງອາຍຸການນີ້.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top