• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານອາຫານໄລຍະ 2011 – 2016

      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3, ວັນທີ 05 ມີຖຸນາ ສະພາແຫ່ງຊາດສະຫງວນເວລາໝົດມື້ ເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານອາຫານນໄລຍະ 2011 – 2016.

(ພາບປະກອບ)
      ລາຍງານຂອງຄະນະປະຈຳການສະພາແຫ່ງຊາດກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານອາຫານໄລຍະ 2011 – 2016 ໃຫ້ເຫັນວ່າ: ໃນໄລຍະ 2011 – 2016, ສະພາແຫ່ງຊາດ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນມີຄວາມມານະພະຍາຍາມຫລາຍຢ່າງ ເພື່ອປະກາດໃຊ້ເອກະສານນິຕິກຳຫລາຍສະບັບ, ສ້າງກອບກົດໝາຍສະດວກໃຫ້ແກ່ວຽກງານຄຸ້ມຄອງຄວາມປອດໄພດ້ານອາຫານ. ຄະນະປະຈຳການສະພາແຫ່ງຊາດສະເໜີສະພາແຫ່ງຊາດກວດກາ, ສຳເລັດກົນໄກ, ນະໂຍບາຍກ່ຽວກັບການຮ່ວມສຳພັນລະບົບຕອບສະໜອງອາຫານປອດສານພິດ, ນະໂຍບາຍສົ່ງເສີມການພັດທະນາເຕັກໂນໂລຊີຜະລິດປຸງແຕ່ງຜະລິດຕະພັນກະເສດຕາມທິດເພີ່ມມູນຄ່າ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top