• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ

      ກອງປະຊຸມຫົວເລື່ອງສະເພາະສະຫະພັນລັດຖະສະພາສາກົນ (IPU) ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບ “ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ” ໂດຍສະຫະພັນລັດຖະສະພາສາກົນ ແລະ ສະພາແຫ່ງຊາດ ຫວຽດນາມ ສົມທົບກັນຈັດຕັ້ງແຕ່ວັນທີ 11 – 13/5/2017 ຢູ່ນະຄອນ ໂຮ່ຈີມິນ. 

ກອງປະຊຸມສະໄໝສາມັນຄັ້ງທີ 14 ຂອງສະພາແຫ່ງຊາດ.(ພາບ: An Đăng/TTXVN)
      ກອງປະຊຸມນີ້ແມ່ນບາດກ້າວຫັນບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມ IPU – 132 ເປັນລະອຽດ, ຫັນຄຳໝັ້ນສັນຍາຂອງບັນດານັກສ້າງກົດໝາຍເປັນການກະທຳ, ປະກອບສ່ວນຊຸກຍູ້ເລື່ອງຜັນຂະຫຍາຍການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ. ດ້ວຍການເຂົ້າຮ່ວມຂອງຜູ້ແທນລັດຖະສະພາມາຈາກ 20 ປະເທດສະມາຊິກ IPU ແລະ ຫຼາຍອົງການສາກົນ, ເລື່ອງຈັດຕັ້ງກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຈະປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ສະພາແຫ່ງຊາດ ຫວຽດນາມ ໃນພາກພື້ນ ແລະ ບົນເວທີສາກົນ. ກອງປະຊຸມຍັງປະກອບສ່ວນຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ ແລະ ຂອງປະຊາຊົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຜົນສະທ້ອນຂອງມັນສຳລັບຊີວິດເສດຖະກິດ - ສັງຄົມທຸກໆດ້ານ ແລະ ລະດົມການຮ່ວມແຮງຮ່ວມໃຈປະກອບສ່ວນເພື່ອແນໃສ່ເປັນເຈົ້າການ, ຕັ້ງໜ້າ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ໃນຂອບເຂດທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top