• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາສູງຟີລິບປິນມີຄວາມວິຕົກກັງວົນກ່ຽວກັບກົດໝາຍວ່າດ້ວຍຕຳຫຼວດທະເລຈີນ

      ວັນທີ 05 ກຸມພາ, ສະພາສູງຟີລິບປິນ ໄດ້ຈັດວາລະອະພິປາຍກ່ຽວກັບກົດໝາຍວ່າດ້ວຍຕຳຫຼວດທະເລ ສະບັບໃໝ່ຂອງຈີນ ແລະ ບັນດາຄວາມເສຍຫາຍຍ້ອນກ່ຳປັ່ນຂອງຈີນ ກໍ່ຂຶ້ນຢູ່ທະເລຕາເວັນອອກ.
ສະພາສູງຟີລິບປິນ
(ພາບ: Manila Buletin)
      ທີ່ກອງປະຊຸມ, ທ່ານສະມາຊິກລັດຖະສະພາສູງ Francis Tolentino ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບກົດໝາຍວ່າດ້ວຍຕຳຫຼວດທະເລ ສະບັບໃໝ່ຂອງຈີນ ທີ່ອະນຸຍາດໃຫ້ຕຳຫຼວດທະເລນຳໃຊ້ອາວຸດເພື່ອຕ້ານຄືນກ່ຳປັ່ນຕ່າງປະເທດໃນເຂດເຊິ່ງຈີນ ເອີ້ນວ່າເຂດທະເລຂຶ້ນກັບສິດອຳນາດສານຂອງຈີນ. ກົດໝາຍສະບັບນີ້ກໍ່ອະນຸດຍາດໃຫ້ບັນດາສະມາຊິກຂອງກຳລັງປົກປ້ອງຝັ່ງທະເລທຳລາຍບັນດາກິດຈະກຳໂດຍຕ່າງປະເທດກໍ່ສ້າງຢູ່ເຂດຫີນໃຕ້ນ້ຳ ເຊິ່ງປັກກິງ ຖະແຫຼງມີອະທິປະໄຕຢູ່ທະເລຕາເວັນອອກ ສ່ວນຫຼາຍ ແລະ ກວດກາບັນດາກ່ຳປັ່ນຕ່າງປະເທດເຂົ້າເຂດທະເລນີ້.
        ທີ່ກອງປະຊຸມ, ກຳມາທິການສະພາສູງຟິລີບປິນ ກໍ່ປຶກສາຫາລືກ່ຽວກັບມະຕິເລກທີ 369 ຂອງສະພາສູງ, ໃນນັ້ນຮຽກຮ້ອງໃຫ້ບັນດາອົງການປະຕິບັດກົດໝາຍກໍ່ຄວາມດັ່ນດ້ານນິຕິກຳ ແລະ ການທູດຕໍ່ລັດຖະບານຈີນ ເພື່ອຢຸດຕິທຸກການເຄື່ອນໄຫວທຳລາຍຊີວະພາບຢູ່ເຂດທະເລທາງທິດຕາເວັນຕົກຟິລິບປິນ ແລະ ຈ່າຍຄ່າຊົດເຊີຍກ່ຽວກັບບັນດາຄວາມເສຍຫາຍທີ່ກໍ່ຂຶ້ນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top