• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາວັດທະນະທຳ ອາຊີ ສະເໜີຕົວຢູ່ ກຳປູເຈຍ ຢ່າງເປັນທາງການ

      ຕອນຄ່ຳວັນທີ 15 ມັງກອນ, ຢູ່ເຂດມໍລະດົກໂລກ Angkor Wat, ນະຄອນ Siem Reap, ແຂວງ Siem Reap, ລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນພິທີສະເໜີຕົວສະພາວັດທະນະທຳ ອາຊີ (ACC). 

ພິທີສະເໜີຕົວສະພາວັດທະນະທຳ ອາຊີ ACC ພາບ: TTXVN
      ພິທີດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ HunSen ເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນທີ່ມາຈາກ 20 ປະເທດໃນພາກພື້ນ ອາຊີ, ບາງອົງການຈັດຕັ້ງຂອງທະວີບອາຟຣິກກາ, ທະວີບອາເມລິກາ ແລະ ເອີຣົບ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍ່ເຂົ້າຮ່ວມເຫດການດັ່ງກ່າວ.
        ACC ໄດ້ຮັບການສ້າງຕັ້ງດ້ວຍເປົ້າໝາຍມຸ່ງໄປເຖິງການຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ການແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດສະມາຊິກ, ຍົກສູງນ້ຳໃຈສາມັກຄີ, ຊຸກຍູ້ມໍລະດົກວັດທະນະທຳຄືດັ່ງແຫຼ່ງພັດທະນາແບບຍືນຍົງ, ການຮ່ວມມືສາກົນ, ການຮ່ວມສຳພັນລະຫວ່າງບັນດາພື້ນຖານສີວິໄລ ແລະ ສ້າງທະວີບ ອາຊີ ວັດທະນາຖາວອນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top