• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ນັບແຕ່ເວລາ 18 ໂມງຂອງວັນທີ 22 ພຶດສະພາຫາເວລາ 6ໂມງຂອງວັນທີ 23 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່  ຕື່ມອີກ 33 ກໍລະນີ(ຈາກຄົນເຈັບທີ 5087 ຫາ 5119), ໃນນັ້ນມີ 2 ກໍລະນີຢູ່ແຂວງບັກນິງ ແລະ ດົງນາຍທີ່ເຂົ້າເມືອງຈາກຕ່າງປະເທດ. ໃນຈຳນວນ 31 ກໍລະນີຕິດເຊື້ອຢູ່ພາຍໃນປະເທດນັ້ນ, ມີ 29 ກໍລະນີຢູ່ແຂວງບັກນິງ, 2 ກໍລະນີຢູ່ແຂວງນິງບີງ.
(ພາບປະກອບ)
      ແລະ ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 23 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ຕື່ມອີກ 22 ຄົນ(ຈາກຄົນເຈັບທີ 5120 ຫາ 5141) ຊຶ່ງລ້ວນແຕ່ຢູ່ໃນເຂດແຍກຕົວ. ລະອຽດຄື ແຂວງບັກຢາງມີ 11 ກໍລະນີ, ແຂວງຫາຍເຢືອງມີ 3 ກໍລະນີ, ນະຄອນດານັ້ງ ມີ 1 ກໍລະນີ, ໂຮງໝໍ K ສາຂາເຕີນຈຽວ 7 ກໍລະນີ. ເປັນອັນວ່າ ໄລ່ຮອດເວລາ 12 ໂມງຂອງວັນທີ 23 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19  ທັງໝົດ 5141 ຄົນ, ໃນນັ້ນມີ 42 ຄົນເສຍຊີວິດ, ສາມາດປິ່ນປົວຫາຍດີໄດ້ 2721 ຄົນ.
       ສ່ວນຢູ່ໃນໂລກ,ຕາມເວບໄຊ worldometers.info ໄລ່ຮອດເວລາ 1 ໂມງຂອງ ວັນທີ 23 ພຶດສະພາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19  167.034.471 ຄົນ, ໃນນັ້ນມີຜູ້ເສຍຊີວິດ 3.468.399 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນອາເມລິກາ ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 33.882.333 ຄົນ, ໃນນັ້ນມີຜູ້ເສຍຊີວິດ 603.876  ຄົນ.      ຢືນອັນດັບທີ 2 ຂອງໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແມ່ນອິນເດຍ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 26.528.846 ຄົນ ແລະ ຜູ້ເສຍຊີວິດ 299.296  ຄົນ.      ຖັດຈາກອີນເດຍແມ່ນ ບຣາຊິວ ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 16.047.439  ຄົນ, ໃນນັ້ນມີຜູ້ເສຍຊີວິດ 448.291   ຄົນ
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top