• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ຕາມຕົວເລກອັບເດດຂອງເວັບໄຊ Worldometers.info, ໄລ່ຮອດເວລາ 1ໂມງເຊົ້າຂອງວັນທີ 17 ສິງຫາ (ຕາມເວລາສາກົນ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 21.817.682 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 772.751 ຄົນ.

ສະຖານທີ່ວິໄຈຜູ້ຕິດເຊື້ອພະຍາດ Covid - 19 ຢູ່ອິນເດຍ (ພາບ: THX/TTXVN)
      ປັດຈຸບັນ, ອາເມລິກາຍັງແມ່ນປະເທດຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດ 5.556.632 ຄົນ ແລະ ຜູ້ເສຍຊີວິດ 173.128 ຄົນ. ສ່ວນບັນດາປະເທດທີ່ມີຈຳນວນຜູ້ຕິດເຊື້ອ Covid – 19 ຫຼາຍແມ່ນ: ບຣາຊິນ, ອິນເດຍ, ລັດເຊຍ.
        ໃນເຫດການທີ່ກ່ຽວຂ້ອງ, ທ່ານ Alexander Gintsburg ຜູ້ອຳນວຍການສູນຄົ້ນຄ້ວາແຫ່ງຊາດກ່ຽວກັບລະບາດວິທະຍາ ແລະ ຈຸນລະຊີວິດວິທະຍາ Gamaley ຂອງລັດເຊຍ ໃຫ້ຮູ້ວ່າ ຊາວລັດເຊຍເປັນຈຳນວນຫຼາຍອາດຈະໄດ້ຮັບການຊັກຢາວັກຊິນເພື່ອປ້ອງກັນ ການຕິດເຊື້ອ Covid – 19 ໃນກາງເດືອນກັນຍານີ້.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top