• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຕ່ຳ ອາເມລິກາ ຈະປ່ອນບັດຕ່າວປີ້ນສິດປະຕິເສດຂອງປະທານາທິບໍດີ ອາເມລິກາ

 ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ “ສະພາແຫ່ງຊາດມີສິດເສລີໃນການຮັບຮອງເອົາມະຕິສະບັບນີ້ ແລະ ຂ້າພະເຈົ້າມີໜ້າທີ່ປະຕິເສດມັນ”.

ທ່ານນາງປະທານສະພາຕ່ຳ ອາເມລິກາ Nancy Pelosi (ພາບ:  THX/TTXVN)

ວັນທີ 26 ມີນາ, ສະພາຕ່ຳ ອາເມລິກາ ຈະດຳເນີນການປ່ອນບັດແນໃສ່ຕ່າວປີ້ນສິດປະຕິເສດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບຮ່າງກົດໝາຍສະກັດກັ້ນຖະແຫຼງການສະພາວະສຸກເສີນລະດັບຊາດ ເຊິ່ງລັດຖະສະພາເຄີຍຮັບຮອງເອົາກ່ອນໜ້ານັ້ນ. ແຈ້ງການໃນວັນທີ 15 ມີນາ, ຂອງທ່ານນາງປະທານສະພາຕ່ຳ ອາເມລິກາ Nancy Pelosi ໄດ້ຍົກອອກໃນທັນທີ ພາຍຫລັງທ່ານປະທານາທິບໍດີ Donald Trump ຖະແຫຼງປະຕິເສດຮ່າງກົດໝາຍ ຊຶ່ງທ່ານຖືວ່າ ແມ່ນ “ອັນຕະລາຍ” ແລະ “ຂາດຄວາມລະມັດລະວັງ”. ກ່າວຄຳເຫັນຕໍ່ສື່ມວນຊົນຢູ່ຫ້ອງໂຕະຮູບໄຂ່, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ “ສະພາແຫ່ງຊາດມີສິດເສລີໃນການຮັບຮອງເອົາມະຕິສະບັບນີ້ ແລະ ຂ້າພະເຈົ້າມີໜ້າທີ່ປະຕິເສດມັນ”.

        ຕາມແຜນການແລ້ວ, ຮ່າງກົດໝາຍສະບັບນີ້ ຈະໄດ້ສົ່ງຄືນສະພາແຫ່ງຊາດ ອາເມລິກາ ເພື່ອຕ່າວປີ້ນສິດປະຕິເສດຂອງທ່ານປະທານາທິບໍດີ Donald Trump, ສະພາແຫ່ງຊາດຕ້ອງບັນລຸໄດ້ 2/3 ຈຳນວນບັດສະໜັບສະໜູນ ແລະ ອາດຈະເປັນໄປໄດ້.

(ແຫຼ່ງຄັດຈາກ VOV)


IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top