• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິເພີ່ມທະວີການລົງໂທດ ສປປ ເກົາຫຼີ

      ໝາກຜົນແມ່ນທັງໝົດ 15 ປະເທດ ສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປີດກ້ວາງບັນດາຄຳສັ່ງລົງໂທດເພື່ອເພີ່ມເຕີມ 18 ບຸກຄົນ ແລະ ອົງກອນຂອງ ສປປ ເກົາຫຼີ ເຂົ້າບັນຊີລາຍຊື່ເກືອດຫ້າມ ຂອງ ສປຊ. 
ກອງປະຊຸມຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ວັນທີ 2 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ປ່ອນບັດກ່ຽວກັບມະຕິໂດຍ ອາເມລິກາ ຮຽບຮຽງ, ຕາມນັ້ນແລ້ວ, ຈະເປີດກ້ວາງບັນດາຄຳສັ່ງລົງໂທດແນໃສ່ ສປປ ເກົາຫຼີ ເພື່ອມີປະຕິກິລິຍາຕໍ່ບັນດາເຫດທົດລອງລູກສອນໄຟຢ່າງຕໍ່ເນື່ອງຂອງປະເທດນີ້. ໝາກຜົນແມ່ນທັງໝົດ 15 ປະເທດ ສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປີດກ້ວາງບັນດາຄຳສັ່ງລົງໂທດເພື່ອເພີ່ມເຕີມ 18 ບຸກຄົນ ແລະ ອົງກອນຂອງ ສປປ ເກົາຫຼີ ເຂົ້າບັນຊີລາຍຊື່ເກືອດຫ້າມ ຂອງ ສປຊ. ໃນບັນດາບຸກຄົນໄດ້ເພີ່ມເຕີມເຂົ້າບັນຊີລາຍຊື່ມີທ່ານ Cho Il –U, ຜູ້ໄດ້ຮັບຖືວ່າແມ່ນຜູ້ຮັບຜິດຊອບບັນດາການເຄື່ອນໄຫວສືບລາຊະການລັບ ຂອງພຽງຢາງຢູ່ຕ່າງປະເທດ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຄົນອື່ນຂອງພັກແຮງງານ ສປປ ເກົາຫຼີ. ມະຕິເປີດກ້ວາງຄຳສັ່ງລົງໂທດໄດ້ຮັບຮອງເອົາພາຍຫຼັງກໍລະນີທົດລອງລູກສອນໄຟຄັ້ງຕ່າງໆຂອງ ສປປ ເກົາຫຼີ ໃນຊຸມເດືອນມໍ່ໆມານີ້. ບັນດາເຫດທົດລອງບັນລຸຜົນສຳເລັດໄດ້ສະແດງໃຫ້ເຫັນວ່າ ປະເທດນີ້ມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງໃນການພັດທະນາລູກສອນໄຟປະເພດຕ່າງໆ, ນັບທັງລູກສອນໄຟນຳວິຖີຂ້າມທະວີບ ຕິດຫົວນິວເຄຼຍ ສາມາດຍິງເຖິງ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top