• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ຢຸດຕິການເດີນຕາມບັນດາຄຳສັ່ງລົງໂທດ

      ວັນທີ 13 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ອອກສຽງຕຳໜິຕິຕຽນ ອາເມລິກາ ຍ້ອນວ່າໄດ້ເຮັດໃຫ້ຄວາມມານະພະຍາຍາມໃນການເຈລະຈານິວເຄຼຍລະຫວ່າງ 2 ຝ່າຍຕົກເຂົ້າສູ່ສະພາບການບໍໍ່ມີທາງອອກ. 
KCNA ໃຫ້ຮູ້ວ່າ: ພຽງຢາງ ຮຽກຮ້ອງໃຫ້ ວໍຊິງຕັນ ຕື່ນຂຶ້ນມາ ແລະ ມີບັນດາການກະທຳຖືກຕ້ອງກ່ຽວກັບບັນຫາປອດນິວເຄຼຍ, ແທນທີ່ເດີນຕາມບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ. ໃນບົດວິເຄາະ, KCNA ຂຽນວ່າ “ແງ່ຫວັງໃນການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອີງໃສ່ເລື່ອງ ວໍຊິງຕັນ ອາດຈະຕື່ນຂຶ້ນມາຫລຸດພົ້ນອອກຈາກຄວາມນຶກຄິດຊົ່ວຊ້າ”.
        ກ່ຽວຂ້ອງເຖິງສະພາບການລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ໃນວັນດຽວກັນ ສ.ເກົາຫຼີ ໄດ້ຈັດກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ (NSC) ເພື່ອປຶກສາຫາລືກ່ຽວກັບວິທີການເປີດສາຍການບິນສາກົນເຊື່ອມຕໍ່ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)
 

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ທ່ານ Layton Pike ສະ​ມາ​ຊິກ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ AVPI), ແບ່ງ​ປັນ​ວ່າ​ສິ່ງ​ທີ່​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ນັ້ນ​ແມ່ນ ວິ​ໄສ​ທັດ​ຍາວ​ນານ​ໃຫ້ ຫວຽດ​ນາມ ຈົນ​ຮອດ​ປີ 2045 ພ້ອມ​ກັບ 5 ​ທິດ​ທາງ​ໃຫຍ່​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ.

Top