• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານປັກຫຼັກຫໝາຍຖີ່ແລະບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ


(ພາບ: ເຫງະອານ)

      ນີ້​ແມ່ນ​ຂໍ້​ສັງ​ເກດ ​ຂອງ​ບັນ​ດາ​ຜູ້​ແທນ ທີ່ກອງ​ປະ​ຊຸມ​ໂຄງ​ສະ​ນາ​ເຜີຍ​ແຜ່ ກ່ຽວ​ກັບໝາກ​ຜົນ​ວຽກ​ງານ​ປັກຫຼັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດ​ນາມ-ລາວ ແລະ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ເຊິ່ງດຳ​ເນີນ​ໃນ​ຕ​ອນ​ເຊົ້​າ ​ວັນ​ທີ 4/8, ຢູ່​ນະ​ຄອນ​ວິງ, ແຂວງ​ເຫງະ​ອານ. ເສັ້ນ​ຊາຍ​ແດນ ​ຫວຽດ​ນາມ-ລາວ ມີ​ລວງ​ຍາວກວ່າ 2.300 Km, ຜ່ານ 10 ແຂວງ​ ຂອງ​ຫວຽດ​ນາມ. ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ແລະ ລາວ ໄດ້ແບ່ງ​ປັນ​ຢ່າງ​ຈະ​ແຈ້ງ​ເສັ້ນ​ທາງ​ຊາຍ​ແດນ ​ທັງ​ໝົດ​ຢູ່​ໃນພູ​ມິ​ປະ​ເທດຕົວ​ຈິງ, ຂີດ​ໝາຍ​ທີ່​ຕັ້ງ​ເສັ້ນ​​ຊາຍ​ແດນ ​ດ້ວຍ​ລະ​ບົບຫຼັກ​ໝາຍ ລວມ​ມີ 834 ຫຼັກ​ໝາຍ​ ແລະ 168 ຫຼ​ັກ​ທີ່​ເປັນ​ຂີດ​ໝາຍ​ຊາຍ​ແດນ. ເລື່ອງ​ສຳ​ເລັດ​ແຜນ​​ການປັກຫຼັກ​ໝາຍ​​ຖີ່ ແລະ ບູ​ລະ​ນະລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ໄດ້​ນຳ​ມາ​ເຊິ່ງ​​ໂສມ​ໜ້າ​ໃໝ່ ໃຫ້​ແກ່​ເສັ້ນ​ຊາຍ​ແດນ​  ສ​ອງ​ປະ​ເທດ. ສອງ​ປະ​ເທດ​ໄດ້​ມີລະ​ບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ ​ໃຫຍ່​ໂຕ​ສວຍ​ງາມ​, ທັນ​ສະ​ໄໝ, ໝັ້ນ​ຄົງ, ສ້າງ​ຄວາມ​ສະ​ດວກ ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ. ສອງ​ຝ່າຍກໍ່​ໄດ້​ສົມ​ທົບ​ກັນ ​ຈັດ​ຕັ້ງ​ການ​​ລາດ​ຕະ​ເວນ ​ສອງ​ຝ່າຍ, ປະ​ຊຸມມອບໝາຍ​ໜ້າ​ທີ່​ໃຫ້​ທຸກ​ຂັ້ນ​ຕາມ​ທິດ​ເພີ່​ມ​ທະ​ວີສັດ​ສ່ວນ, ຍົກ​ສູງ​ປະ​ສິດ​ທິ​ຜົນ, ສົມ​ທົບ​ກັນ​ຕໍ່​ສູ້ເຮັດ​ໃຫ້​ບັນ​ດາ​ກົນ​ອຸ​ບາຍ, ເລ່ຫຼ່ຽມ ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​​ທີ່​ເປັນ​ປໍ​ລະ​ປັກ​ປະ​ລາ​ໄຊ ແລະ ຕໍ່​ຕ້ານ​ບັນ​ດາ​​ອາດ​ສະ​ຍາ​ກຳ​ຂ້າມ​ຊາຍ​ແດນ; ຍູ້​ແຮງ​ການ​ຮ່ວມ​ມືພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ-ສັງ​ຄົມ, ເປັນ​ຕົ້​ນ​ແມ່ນ​ບັນ​ດາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ, ລະ​ບົບ​ດ່ານຊາຍ​ແດ​ນ ຢູ່ ​ທ້ອງ​ຖິ່ນ​ລຽບ​ຕາມຊາຍ​ແດນ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top