• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ຫວຽດນາມ ຢູ່ ລາວ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງທ້ອງຖິ່ນ

      ລົງຢ້ຽມຢາມໂຄງການຂຸດຄົ້ນແຮ່ເຫຼັກຂອງບໍລິສັດໃຫຍ່ຮ່ວມມືສາກົນ Coecco ຂຶ້ນກັບ ທະຫານເຂດ 4, ຢູ່ບ້ານນາມຊານ, ເມືອງລ່ອງແຈ້ງ ແຂວງ ໄຊສົມບູນ ຫວ່າງມໍ່ໆມານີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງວິສາຫະກິດໃນການພັດທະນາເສດຖະກິດ - ສັງຄົມ ຂອງ ທ້ອງຖິ່ນ.

ການຂຸດຄົ້ນແຮ່ເຫຼັກຂອງບໍລິສັດໃຫຍ່ຮ່ວມມືສາກົນ Coecco ຂຶ້ນກັບ ທະຫານເຂດ 4, ຢູ່ບ້ານນາມຊານ, ເມືອງລ່ອງແຈ້ງ
ແຂວງ ໄຊສົມບູນ
 (ພາບ:ນັກຂ່າວ VOV ປະຈຳ ລາວ)
      ຕາມທ່ານຮອງນາຍົກລັດຖະມົນຕີ ລາວ ແລ້ວ, ການເຄື່ອນໄຫວລົງທຶນຂຸດຄົ້ນ, ປະຕິບັດພັນທະງົບປະມານຂອງບັນດາວິສາຫະກິດ ຫວຽດນາມ ໄດ້ສ້າງວຽກເຮັດງານທຳຖາວອນໃຫ້ແກ່ປະຊາຊົນ, ຊ່ວຍທ້ອງຖິ່ນພັດທະນາເທື່ອລະກ້າວ. ທ່ານກໍຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ແລະ ວິສາຫະກິດ ສົມທົບກັນແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງໃຫ້ກົມກຽວ ເພື່ອຮັບປະກັນການຜະລິດຢ່າງປອດໄພ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ, ຈຳກັດການສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ; ພ້ອມທັງມີແຜນການນຳໃຊ້ທຶນພັດທະນາວົງຄະນະຍາດ ແລະ ທ້ອງຖິ່ນໃຫ້ເໝາະສົມ, ມີປະສິດທິຜົນ, ໃຫ້ບຸລິມະສິດຂົງເຂດການສຶກສາ, ສາທາລະນະສຸກ, ໂພສະນາການ, ນ້ຳສະອາດ ແລະ ສົ່ງເສີມການຜະລິດເປັນສິນຄ້າ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top