• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ຫວຽດນາມ ຍາດແຍ່ງກາລະໂອກາດການສົ່ງອອກທາງເຄືອຂ່າຍອິນເຕີແນັດ

      ຕອນເຊົ້າວັນທີ 03 ມີນາ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງກອງປະຊຸມສຳມະນາ ສົ່ງເສີ່ມການສົ່ງອອກຜ່ານການຄ້າເອເລັກໂຕນິກ ອາມາຊົນ(Amazon)”.

ພາບປະກອບ
      ທ່ານ ເຈີ່ນຊັວນຖຸຍ - ຜູ້ອຳນວຍການ Amazon Global Selling ຫວຽດນາມ, ຖືວ່າ: ທ່າອ່ຽງຊື້ສິນຄ້າທາງເຄືອຂ່າຍອິນເຕີແນັດກຳລັງໄດ້ຢັ້ງຢືນໃນພຶດຕິກຳ, ໄດ້ ແລະ ກຳລັງຊີ້ອອກບັນດາກາລະໂອກາດ ແລະ ສິ່ງທ້າທາຍທີ່ມີຕໍ່ບັນດາບຸກຄົນ, ວິສາຫະກິດເຂົ້າຮ່ວມການເຄື່ອນໄຫວເຮັດທຸລະກິດນີ້.
            ການຄ້າຂາຍຍ່ອຍທົ່ວໂລກຳລັງເຕີບໂຕຢ່າງແຮງ, ລະດັບ 6%. ດ້ວຍມູນຄ່າປະມານ 28.000 ຕື້ USD. ການຄ້າທາງເຄືອຂ່າຍອິນເຕີແນັດກວມເອົາປະມານ 13%. ແຕ່ວ່າລະດັບເຕີບໂຕຂອງການຄ້າເອເລັກໂຕນິກກຳລັງທົບ 6ເທົ່າເມື່ອທຽບກັບການເຄື່ອນໄຫວຂາຍສິນຄ້າແບບເດີມ. ການຄ້າເອເລັກໂຕນິກຂ້າມຊາດແມ່ນທ່າອ່ຽງໜື່ງ. ນີ້ເມ່ນໂອກາດເພື່ອປ່ຽນຄວາມຊິນເຄີຍການຊື້ສິນຄ້າຂອງຜູ້ບໍລິໂພກທົ່ວໂລກ - ແລະກໍ່ແມ່ນກາລະໂອກາດໃຫ້ວິສາຫະກີດ
            ທ່ານນາງ ຫງວຽນທິມິງຖຸຍ, ຜູ້ອຳນວຍການສູນໂປໂຣແກມເຕັກໂນໂລຢີຂໍ້ມຸນຂ່າວສານສົ່ງເສີມການຄ້າ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ຖືວ່າ: ສິ່ງທ້າທາຍໃຫຍ່ຫຼວງຂອງບັນດາບຸກຄົນ, ວິສາຫະກິດ ຫວຽດນາມ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ, ເມື່ອເຂົ້າຮ່ວມການຄ້າເອເລັກໂຕນິດເວົ້າລວມ ແລະ ການຄ້າເອເລັກໂຕນິກທົ່ວໂລກເວົ້າສະເພາະແມ່ນແຫຼ່ງຊັບພະຍາກອນມຸນຸດ ແລະ ພາສາຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໂປ່ງ​ໃສ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ເສ​ລີ​ພາບ, ຍຸ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ

Top