• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ຮົ່ງກົງ (ຈີນ) ຫຼາຍແຫ່ງປາດຖະໜາຢາກລົງທຶນເຂົ້າຫວຽດນາມ


(ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ
ຕ້ອນ​ຮັບ​ເລ​ຂາ​ທິ​ການ​ໃຫຍ່ເຂດບໍ​ລິ​ຫານພິ​ເສດ​ຮົ່ງ​ກົງ (ຈີນ)
      ທີ່​ການ​ຕ້ອນ​ຮັບ​ທ່ານນາງ ລິ໋ນ​ເຈງ​ຢັ​ວເອີ໋, ເລ​ຂາ​ທິ​ການ​ໃຫຍ່ເຂດບໍ​ລິ​ຫານພິ​ເສດ​ຮົ່ງ​ກົງ (ຈີນ), ໃນ​ຕອນ​ບ່າຍ​ວັນ​ທີ  17/08, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ຖືວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ແລະ ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົ່ງ​ກົງ (ຈີນ) ຕ້ອງ​ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ອຳ​ນາດ​ການ​ປົກ​ຄອງ, ສະ​ຫະ​ສະ​ມາ​ຄົມອາ​ຊ​ີບ ແລະ ວິ​ສາ​ຫະ​ກິດ. ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ວ່າ, ​ຮົ່ງ​ກົງ (ຈີນ) ​ຈະສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບກັບ​ທ້ອງ​ຖິ່​ນ​ຕ່າງໆຂອງ​ຫວຽດ​ນາມ; ພ້ອມ​ທັງຢືນ​ຢັນ​ວ່າ, ຫວຽດ​ນາມ ສືບ​ຕໍ່ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ຮົ່ງ​ກົງ (ຈີນ) ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ທີ່​​ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການຄື: ຂົນ​ສົ່ງ, ພື້ນ​ຖານ​ໂຄງ​ລ່າງ, ເຄື່ອງອາ​ໄຫ​ຼ່​ເອ​ເລກ​ໂຕ​ນິກ, ອ​ຸ​ດ​ສາ​ຫະ​ກຳ​ສຳ​ຮອງ… ພ້ອມ​ກັນ​ນັ້ນ​ແມ່ນ​ຄົ້ນ​ຄວ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ​ມ​ຊ້ອ​ນ​ຫຼາຍ​ຢ່າງ​ຄື: ວັດ​ທະ​ນະ​ທຳ, ການ​ທ່ອ​ງ​ທ່ຽວ, ແຮງ​ງານ​ວຽກ​ເຮັດ​ງານ​ທຳ, ເປີດ​ສາຍ​ການ​ບິນ…
        ສ່ວນ​ທ່ານ​ນາງ ລິ໋ນ​ເຈງ​ຢັ​ວເອີ໋ ໃຫ້​ຮູ້​ວ່າ, ຫວຽດ​ນາມ ແມ່ນ​ຄູ່​ຄ້າລາຍ​ໃຫຍ່​ອັນ​ກັບ 3 ຂອງ​ເ​ຂດ​ບໍ​ລິ​ຫານ​ພິ​ເສດ​ຮົ່ງ​ກົງ (ຈີ​ນ) ໃນ​ກຸ່ມ​ອາ​ຊຽນ ແລະ ປະ​ຈຸ​ບັນ​ມີ​ວິ​ສາ​ຫະ​ກິດ​ຮົ່ງ​ກົງ (ຈີ​ນ) ຫຼາຍ​ແຫ່ງພວມປາດ​ຖະ​ໜາ​ຢາກ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top