• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິທະຍຸກະຈາຍສຽງ ຫວຽດນາມ ອວຍພອນວັນຊາດ ລາວ

      ຕອນເຊົ້າວັນທີ 28 ພະຈິກ, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານ ຫງວຽນຕ໊ຽນລອງ ຫົວໜ້າພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ນຳໜ້າມາອວຍພອນທ່ານເອກອັກຄະລັດຖະທູດ ແລະ ພະນັກງານ, ພາລະກອນສະຖານທູດ ລາວ ປະຈຳ ຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 44 ປີ (02/12/1975 – 02/12/2019).


ວິທະຍຸກະຈາຍສຽງ ຫວຽດນາມ ອວຍພອນວັນຊາດ ລາວ
              ຕາງໜ້າໝູ່ຄະນະພະນັກງານ, ນັກຂ່າວ, ບັນນາທິການ VOV, ທ່ານ ຫງວຽນຕ໊ຽນລອງ ໄດ້ຊົມເຊີຍພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ຜົນງານຕ່າງໆພາຍຫລັງ 44 ປີແຫ່ງວັນສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຫວັງວ່າ ປະເທດ ລາວ ຈະນັບມື້ນັບພັດທະນາໃຫ້ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນກ່ວາອີກ.
 
      ຕາງໜ້າໝູ່ຄະນະພະນັກງານ, ນັກຂ່າວ, ບັນນາທິການ VOV, ທ່ານ ຫງວຽນຕ໊ຽນລອງ ໄດ້ຊົມເຊີຍພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ຜົນງານຕ່າງໆພາຍຫລັງ 44 ປີແຫ່ງວັນສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຫວັງວ່າ ປະເທດ ລາວ ຈະນັບມື້ນັບພັດທະນາໃຫ້ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນກ່ວາອີກ.
 
ທ່ານ ຫງວຽນຕ໊ຽນລອງ ຫົວໜ້າ VOV5 ມອບຂອງຂວັນເປັນທີ່ລະນຶກ ໃຫ້ທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ
ແສງເພັດ ຮຸ່ງບຸນຍວງ
 
      ທ່ານ ຫງວຽນຕ໊ຽນລອງ ກໍ່ໃຫ້ຮູ້ວ່າ: ຍຸດທະສາດການພັດທະນາຖະແຫຼງຂ່າວໃຫ້ຕ່າງປະເທດໃນຊຸມປີຈະມາເຖິງຂອງ ຫວຽດນາມ ແມ່ນເອົາໃຈໃສ່ເປັນພິເສດດ້ານຊັບພະຍາກອນມະນຸດ, ຂໍ້ມູນຂ່າວສານ, ພາຫະນະອຸປະກອນ ແລະ ເຕັກໂນໂລຢີໃຫ້ ລາວ, ກຳປູເຈຍ. VOV ຫວັງວ່າ: ສະຖານທູດ ລາວ ກໍ່ຄືໃນນາມສ່ວນຕົວທ່ານເອກອັກຄະລັດຖະທູດ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ສື່ມວນຊົນ ຫວຽດນາມ ເວົ້າລວມ ແລະ VOV ເວົ້າສະເພາະ ເພື່ອປະຕິບັດຍຸດທະສາດການພັດທະນາຖະແຫຼງຂ່າວໃຫ້ຕ່າງປະເທດໃຫ້ສຳເລັດ. ທ່ານ ຫງວຽນຕ໊ຽນລອງ ກ່າວວ່າ:
        “ປີ 2020 ແມ່ນປີ ຫວຽດນາມ ເປັນປະທານ ອາຊຽນ, ແມ່ນປີທີ່ມີການເຄື່ອນໄຫວພົວພັນຕ່າງປະເທດຫລາຍຢ່າງ. ພວກຂ້າພະເຈົ້າຫວັງວ່າ: ສະຖານທູດ ລາວ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາພະນັກງານ, ນັກຂ່າວຂອງ VOV. ພິເສດແມ່ນລາຍການກະຈາຍສຽງພາກພາສາລາວ ໄດ້ເກັບກຳຂໍ້ມູນກ່ຽວກັບບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງ ລາວ ຢູ່ ຫວຽດນາມ ແລະ ຢູ່ ລາວ ເພື່ອສາມາດສະໜອງຂໍ້ມູນຂ່າວສານກ່ຽວກັບການພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ”

ທ່ານເອກອັກຄະລັດຖະທູດສະຖານທູດ ລາວ ປະຈຳ ຮ່າໂນ້ຍ  ໃຫ້ການຕ້ອນຮັບ ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ
 
      ສ່ວນທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແບ່ງປັນວ່າ: ໃນໄລຍະຈະມາເຖິງ, 2 ພັກ ແລະ 2 ລັດຈະຈັດຕັ້ງບັນດາການເຄື່ອນໄຫວສຳຄັນ, ພິເສດແມ່ນໃນປີ 2020 ແມ່ນປີ ຫວຽດນາມ ເປັນປະທານ ອາຊຽນ. 
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top