• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020

      ຕອນບ່າຍວັນທີ 09 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ, ປະທານຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ເປັນປະທານວາລະປະຊຸມເທື່ອທີ 3 ຂອງຄະນະກຳມະການ. 

ທີ່ວາລະປະຊຸມ (ພາບ: VGP)
      ທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໄດ້ໃສ່ໃຈວ່າ ຄວນສືບຕໍ່ຜັນຂະຫຍາຍບັນດາໜ້າທີ່ໃນໄລຍະຈະມາເຖິງຢ່າງຮີບດ່ວນ, ພິເສດແມ່ນການທາບທາມຄຳເຫັນ, ຂົນຂວາຍບັນດາປະເທດກ່ຽວກັບຫົວຂໍ້, ຈຸດສຸມບຸລິມະສິດຂອງປີປະທານ ອາຊຽນ 2020, ຄາດຄະເນຈັດຕັ້ງບັນດາກອງປະຊຸມໃຫຍ່ໃນປີ 2020, ເປັນຕົ້ນແມ່ນກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງກັບຄູ່ຮ່ວມມືຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ກໍ່ຮຽກຮ້ອງບັນດາອະນຸກຳມະການ, ກະຊວງ, ຂະແໜງການສ້າງແຜນຮ່າງລະອຽດ, ແຜນການຜັນຂະຫຍາຍໃຫ້ສຳເລັດໂດຍໄວ ແລະ ຂຶ້ນແຜນງົບປະມານໃຫ້ບັນດາການເຄື່ອນໄຫວໃນປີປະທານ ອາຊຽນ 2020 ຖືກຕາມຂໍ້ກຳນົດ ແລະ ຄວາມຄືບໜ້າ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top