• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນມ໋ຽວ - ກວົກຕືຢ໋າມ ເປີດນຳໃຊ້ລະບົບບັນລະຍາຍອັດຕະໂນມັດ ດ້ວຍ 8 ພາສາ

      ຕອນບ່າຍວັນທີ 11 ມັງກອນ, ສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມ໋ຽວ - ກວົກຕືຢ໋າມ ເປີດນຳໃຊ້ລະບົບບັນລະຍາຍອັດຕະໂນມັດ ດ້ວຍ  8 ພາສາ ເພື່ອຮັບໃຊ້ຄວາມຕ້ອງການທັດສະນະສຶກສາຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

 ວັນມ໋ຽວ - ກວົກຕືຢ໋າມ
      8 ພາສາລວມມີ: ພາສາຫວຽດນາມ, ອັງກິດ, ຝະລັ່ງ, ແອັດສະປາຍ, ສ. ເກົາຫຼີ, ຍີ່ປຸ່ນ, ໄທ, ຈີນ. ທ່ານ ເລຊວນກຽວ, ຜູ້ອຳນວຍການສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ  ວັນມ໋ຽວ - ກວົກຕືຢ໋າມ, ໃຫ້ຮູ້ວ່າ:
        “ບໍ່ສະເພາະແຕ່ ວັນມ໋ຽວ - ກວົກຕືຢ໋າມ ເທົ່ານັ້ນ, ຫາກນັບທັງບັນດາສະຖານທີ່ທ່ອງທ່ຽວຕ່າງໆ, ພວກເຮົາຍັງບໍ່ທັນມີບົດບັນລະຍາຍທີ່ບັນລຸມາດຕະຖານໄດ້. ທີສອງແມ່ນນັກທ່ອງທ່ຽວມາ ວັນມ໋ຽວ - ກວົກຕືຢ໋າມ ແມ່ນມາຈາກຫຼາຍປະເທດ, ແຕ່ພວກເຮົາພຽງແຕ່ຮັບໃຊ້ເປົ້າໝາຍແມ່ນນັກທ່ອງທ່ຽວເວົ້າພາສາ ອັງກິດເປັນຕົ້ນຕໍເທົ່ານັ້ນ, ສ່ວນບັນດາພາສາອື່ນໆແມ່ນບໍ່ທັນຮັບໃຊ້ໄດ້. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈຶ່ງສ້າງລະບົບບັນລະຍາຍອັດຕະໂນມັດດ້ວຍ 8 ພາສາ ແລະ ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ. ແລະ ສິ່ງພິເສດແມ່ນເນື້ອໃນໄດ້ບັນລຸມາດຕະຖານ, ຜ່ານການກະກຽມຢ່າງລະອຽດເຖິງຖອງ ແລະ ຮັບເອົາຄວາມເຫັນຈາກນັກຊ່ຽວຊານ, ບັນດານັກວິທະຍາສາດ“.
        ສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ  ວັນມ໋ຽວ - ກວົກຕືຢ໋າມ ກໍ່ໄດ້ເປີດນຳໃຊ້ລະບົບປ້າຍຊີ້ບອກ ແລະ ຮ້ານຂາຍປີ້ອີກ. ທ່ານ ຫງວຽນຫື້ວບູ່ຍ, ຢູ່ ຮ່າໂນ້ຍ, ໃຫ້ຮູ້ວ່າ:
        “ຂ້າພະເຈົ້າຖືວ່າເລື່ອງເປີດນຳໃຊ້ບັນດາອຸປະກອນໃໝ່ນີ້, ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເມື່ອມາຢ້ຽມຢາມ ວັນມ໋ຽວ ກວົກຕືຢ໋າມ, ເພາະວ່າປະຈຸບັນ, ນັກທ່ອງທ່ຽວມີຫຼາຍພາກສ່ວນ, ມາຈາກຫຼາຍປະເທດ ແລະ ລະດັບຄວມຮູ້ກໍ່ແຕກຕ່າງກັນ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມ G20 ປີ 2025 ມີຫົວຂໍ້ “ສາມັກຄີ, ສະເໝີພາບ ແລະ ການພັດທະນາແບບຍືນຍົງ”, ຈັດຂຶ້ນແຕ່ວັນທີ 22 – 23 ພະຈິກ, ຢູ່ນະຄອນ Johannesburg ຂອງ ອາຟະລິກາໃຕ້.

Top