• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນພົບປະແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ ແລະ ກຳປູເຈຍ

      ເຂົ້າຮ່ວມວັນບຸນດັ່ງກ່າວມີນັກສຶກສາ 1000 ຄົນ ທີ່ມາຈາກ 5 ມະຫາວິທະຍາໄລຢູ່ ນະຄອນໂຮ່ຈິມິນ, ໃນນັ້ນມີນັກສຶກສາ ລາວ ແລະ ກຳປູເຈຍ ເກືອບ 500 ຄົນ.

ນັກສຶກສາລາວ ແລະ ນັກສຶກສາຫວຽດນາມເຂົ້າຮ່ວມພິທີບາສີສູ່ຂວັນ (ພາບ: ຕຽນຟອງ) 
      ເນື່ອງໃນໂອກາດ ບຸນປີໃໝ່ ຂອງ ລາວ ແລະ ບຸນ Chol – Chnam –Thmay ຂອງກຳປູເຈຍ, ຕອນເຊົ້າວັນທີ 31 ມີນາ ຢູ່ ມະຫາວິທະຍາໄລ ໂຕນດຶກທັ໊ງ, ຄະນະຊາວໜູ່ມນະຄອນ ໂຮ່ຈິມິນໄດ້ໄຂ ວັນບຸນພົບປະແລກປ່ຽນວັດທະນະທຳ ລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ.
        ເຂົ້າຮ່ວມວັນບຸນດັ່ງກ່າວມີນັກສຶກສາ 1000 ຄົນ ທີ່ມາຈາກ 5 ມະຫາວິທະຍາໄລຢູ່ ນະຄອນໂຮ່ຈີມິນ, ໃນນັ້ນມີນັກສຶກສາ ປະເທດ ລາວ ແລະ ກຳປູເຈຍ ເກືອບ 500 ຄົນ. ໃນຂອບເຂດຂອງວັນບຸນມີການເຄື່ອນໄຫວທີ່ຟົດຟື້ນຫຼາຍຢ່າງຄື ລາຍການສະແດງສິລະປະ, ອາຫານການກິນ, ເຕະບານ…ບັນດາການເຄື່ອນໄຫວນີ້ໄດ້ດຳເນີນໄປລະຫວ່າງວັນທີ 31 ມີນາ - 10 ເມສາ. ອ້າຍ ເລຮ່ວາງມີງ, ຫົວໜ້າຄະນະຮັບຜິດບັນຫາການພົວພັນກັບສາກົນຊອບຄະນະຊາວໜູ່ມນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
        “ບັນດາການເຄື່ອນໄຫວໃນປີນີ້ໄດ້ເປີດກ້ວາງກ່ວາເມື່ອທຽບໃສ່ຊຸມປີກ່ອນ. ໂດຍມີການເຂົ້າຮ່ວມຂອງນັກສຶກສາ ລາວ ແລະ ກຳປູເຈຍ ຫຼາຍກ່ວາເກົ່າ. ສິ່ງໃໝ່ໃນປີນີ້ແມ່ນມີການສະໜັບສະໜູນ ຂອງນັກສຶກສາ 3 ປະເທດ ແລະ ພົບປະແລກປ່ຽນດ້ານວັດທະນາທຳຂອງແຕ່ລະປະເທດ
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top