• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນຄອບຄົວ ອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ

      ປີຜ່ານມາ, ບັນດາປະເທດສະມາຊິກ ອາຊຽນ ມີຄວາມມານະພະຍາຍາມຫລາຍຢ່າງໃນການປະກອບສ່ວນສ້າງປະຊາຄົມ ອາຊຽນ ໝັ້ນຄົງດ້ວຍຈິດໃຈ “ 1 ວິໄສທັດ, 1 ສີສັນ, 1 ປະຊາຄົມ”.

ທ່ານ Cristopher Montero ເອກອັກຄະລັດຖະທູດ ຟີລິບປີນ
      ຕອນເຊົ້າວັນທີ 16 ທັນວາ, ທີ່ນະຄອນຫລວງ ພະນົມເປັນ ລາຊະອານາຈັກ ກຳປູເຈຍ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ພ້ອມກັບສະຖານທູດບັນດາປະເທດສະມາຊິກ ອາຊຽນ ຈັດຕັ້ງວັນບຸນຄອບຄົວ ອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ກ່າວຄຳເຫັນເນື່ອງໃນໂອກາດນີ້, ທ່ານ Cristopher Montero ເອກອັກຄະລັດຖະທູດ ຟີລິບປີນ ປະເທດປະທານ ອາຊຽນ ຜັດປ່ຽນກັນ ໃຫ້ຮູ້ວ່າ: ປີຜ່ານມາ, ບັນດາປະເທດສະມາຊິກ ອາຊຽນ ມີຄວາມມານະພະຍາຍາມຫລາຍຢ່າງໃນການປະກອບສ່ວນສ້າງປະຊາຄົມ ອາຊຽນ ໝັ້ນຄົງດ້ວຍຈິດໃຈ “ 1 ວິໄສທັດ, 1 ສີສັນ, 1 ປະຊາຄົມ”. ວັນບຸນຄອບຄົວ ອາຊຽນ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດສະມາຊິກໃນປະຊາຄົມ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top