• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນຄອບຄົວອາຊຽນ 2019

      ເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ (1967-2019), ຕອນເຊົ້າວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ສົມທົບກັບກຸ່ມແມ່ຍິງປະຊາຄົມອາຊຽນ (AWCH) ໄດ້ຈັດວັນຄອບຄົວອາຊຽນ 2019 ຂຶ້ນດ້ວຍການເຄື່ອນໄຫວຟົດຟື້ນຫຼາຍຢ່າງ.

ຖີບລົດຖີບໃນຂອບເຂດວັນຄອບຄົວອາຊຽນ 2019
(ພາບ: TTXVN)
         ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວມີຜູ້ຕາງໜ້າການນຳ, ພະນັກງານ, ພາລະກອນກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳຮ່າໂນ້ຍ ພ້ອມດ້ວຍສາມີ, ພັນລະຍາ ແລະ ສະມາຊິກໃນຄອບຄົວ; ບັນດາສະມາຊິກຂຶ້ນກັບຕາໜ່າງແມ່ຍິງອາຊຽນຢູ່ຮ່າໂນ້ຍ, ສະມາຊິກຄອບຄົວຜູ້ຕາງໜ້າຂອງ 16 ປະເທດຄູ່ຮ່ວມມືຂອງອາຊຽນຢູ່ຮ່າໂນ້ຍ.
   ກ່າວຄຳເຫັນທີ່ພິທີໄຂ, ທ່ານຫງວຽນກວັກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນຫວຽດນາມ ໃຫ້ຮູ້ວ່າ, ຜ່ານກ່ວາເຄິ່ງສະຕະວັດ, ອາຊຽນ ໄດ້ກາຍເປັນປະຊາຄົມແຫ່ງສັນຕິພາບ, ອົງອາດກ້າແກ່ນ ແລະ ວັດທະນາຖາວອນຂອງ 10 ປະເທດອາຊີຕາເວັນອອກສ່ຽງໃຕ້; ເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງທຸກປະເທດໃນພາກພື້ນ ແລະ ໃນໂລກ, ພ້ອມກັນສູ້ຊົນເພື່ອສັນຕິພາບບົນຈິດໃຈໂອ້ລົມສົນທະນາ ແລະ ຮ່ວມມື.
  ສ່ວນທ່ານນາງເອກອັກຄະລັດຖະທູດຫງວຽນງວຽດງາ, ປະທານກິຕິມະສັກ ກຸ່ມແມ່ຍິງປະຊາຄົມອາຊຽນ (AWCH) ໄດ້ຢືນຢັນວ່າ: ຍາມໃດ, ວັນຄອບຄົວອາຊຽນ 2019 ກໍ່ແມ່ນຈຸດເວລາເພື່ອສະຫງວນອາລົມຈິດ, ເວລາໃຫ້ແກ່ບັນດາຜູ້ສະໜິດສະໜົມກັນທີ່ສຸດ. ທ່ານນາງເອກອັກຄະລັດຖະທູດປາດຖະໜາວ່າ, ດ້ວຍການເຕົ້າໂຮມ, ແບ່ງປັນ ແລະ ເຊື່ອມຕໍ່, ບັນດາສະມາຊິກອາຊຽນ ພ້ອມກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດ ຈະພ້ອມກັນສືບຕໍ່ເພີ່ມພູນຄູນສ້າງອາລົມຈິດ ແລະ ຄວາມສະໜິດຕິດພັນກັນ ຜ່ານບັນດາການເຄື່ອນໄຫວກິລາກາຍະກຳ, ບັນເທິງທີ່ມີຄວາມໝາຍໃນວັນຄອບຄົວອາຊຽນ 2019.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top