• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ

ວັນທີ 4 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຈຳນວນອຸປະກອນການແພດທີ່ມີມູນຄ່າ 7 ຕື້ດົ່ງໃຫ້ແກ່ຜູ້ຕາງໜ້າຂອງ ລັດຖະບານ ລາວ.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຈຳນວນອຸປະກອນການແພດທີ່ມີມູນຄ່າ 7 ຕື້ດົ່ງໃຫ້ແກ່ຜູ້ຕາງໜ້າຂອງ ລັດຖະບານລາວ 

ນີ້ແມ່ນຂອງຂວັນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນລາວເພື່ອຮັບມືກັບໂລກລະບາດ Covid -19. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງລາວໄດ້ຕີລາຄາສູງການໜູນຊ່ວຍ ຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຄັ້ງນີ້, ທ່ານກໍ່ຢັ້ງຢືນວ່າ ນີ້ແມ່ນການລະດົມກຳລັງໃຈອັນຍິ່ງໃຫຍ່ສຳລັບຖັນແຖວແພດໝໍ ແລະ ປະຊາຊົນລາວໃນສະພາບການ ປະເທດລາວກໍ່ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຈາກໂລກລະບາດ Covid – 19. ທ່ານ ສົມດີ ດວງດີ ໄດ້ເນັ້ນໜັກວ່າ ເຖິງວ່າ ຫວຽດນາມກໍ່ພວມຕ້ອງສຸມໃສ່ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ຫວຽດນາມກໍ່ພວມໄດ້ຮັບຜົນສະທ້ອນອັນໜັກໜ່ວງຈາກໂລກລະບາດນີ້ກໍ່ຕາມ, ແຕ່ວ່າ ເລື່ອງລັດຖະບານ ຫວຽດນາມສົ່ງເຮືອບິນພິເສດຂົນສົ່ງສິນຄ້າຊ່ວຍເຫຼືອລາວໄດ້ພິສູດໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top