ຂ່າວສານ

ລາວ​ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ

ວັນທີ 4 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຈຳນວນອຸປະກອນການແພດທີ່ມີມູນຄ່າ 7 ຕື້ດົ່ງໃຫ້ແກ່ຜູ້ຕາງໜ້າຂອງ ລັດຖະບານ ລາວ.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຈຳນວນອຸປະກອນການແພດທີ່ມີມູນຄ່າ 7 ຕື້ດົ່ງໃຫ້ແກ່ຜູ້ຕາງໜ້າຂອງ ລັດຖະບານລາວ 

ນີ້ແມ່ນຂອງຂວັນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນລາວເພື່ອຮັບມືກັບໂລກລະບາດ Covid -19. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງລາວໄດ້ຕີລາຄາສູງການໜູນຊ່ວຍ ຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຄັ້ງນີ້, ທ່ານກໍ່ຢັ້ງຢືນວ່າ ນີ້ແມ່ນການລະດົມກຳລັງໃຈອັນຍິ່ງໃຫຍ່ສຳລັບຖັນແຖວແພດໝໍ ແລະ ປະຊາຊົນລາວໃນສະພາບການ ປະເທດລາວກໍ່ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຈາກໂລກລະບາດ Covid – 19. ທ່ານ ສົມດີ ດວງດີ ໄດ້ເນັ້ນໜັກວ່າ ເຖິງວ່າ ຫວຽດນາມກໍ່ພວມຕ້ອງສຸມໃສ່ປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ຫວຽດນາມກໍ່ພວມໄດ້ຮັບຜົນສະທ້ອນອັນໜັກໜ່ວງຈາກໂລກລະບາດນີ້ກໍ່ຕາມ, ແຕ່ວ່າ ເລື່ອງລັດຖະບານ ຫວຽດນາມສົ່ງເຮືອບິນພິເສດຂົນສົ່ງສິນຄ້າຊ່ວຍເຫຼືອລາວໄດ້ພິສູດໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top